ຂ່າວສານ
ປັບປຸງດຳລັດ 8 ສະບັບໃຫ້ສົມບູນແບບ ເພື່ອນຳສູນການເງິນສາກົນ ຢູ່ ຫວຽດນາມ ເຂົ້າເຄື່ອນໄຫວໃນເດືອນພະຈິກ
ເມື່ອກ່າວຄຳເຫັນໄຂວາລະປະຊຸມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຊີ້ແຈ້ງວ່າ: ການສ້າງສູນການເງິນສາກົນແມ່ນບັນຫາທີ່ພັກ, ລັດ ຫວຽດນາມ ກຳນົດວ່າ ແມ່ນໜຶ່ງໃນບັນດາບາດກ້າວບຸກທະລຸກ່ຽວກັບລະບອບລະບຽບການ. ໃນກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV, ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົາມະຕິສະບັບເລກທີ 222 ວ່າດ້ວຍສູນການເງິນສາກົນ ຢູ່ ຫວຽດນາມ, ດ້ວຍຫຼາຍກົນໄກ, ນະໂຍບາຍທີ່ມີລັກສະນະຈຳເພາະ. ລັດຖະບານ ຫວຽດນາມ ໄດ້ສ້າງຕັ້ງຄະນະຊີ້ນຳເພື່ອສຸມໃສ່ການຊີ້ນຳ, ນຳພາ, ສະຫງວນເວລາ, ແຫຼ່ງກຳລັງ, ສ້າງເງື່ອນໄຂສະດວກທີ່ສຸດເພື່ອນຳສູນການເງິນສາກົນ ຢູ່ ຫວຽດນາມເຂົ້າເຄື່ອນໄຫວ.
ດ້ວຍຈິດໃຈ ນຳສູນການເງິນສາກົນ ຢູ່ ຫວຽດນາມ ເຂົ້າເຄື່ອນໄຫວໃນເດືອນພະຈິກນີ້ໂດຍໄວ ຕາມຮູບແບບ “ໜຶ່ງສູນ - ສອງສະຖານທີ່ເຂົ້າມາ”, ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີສ້າງໃຫ້ສຳເລັດ ແລະ ປະກາດໃຊ້ດຳລັດ 8 ສະບັບກ່ຽວກັບກົນໄກນະໂຍບາຍຕາມສິດອຳນາດ, ດ້ວຍເປົ້າໝາຍແມ່ນສ້າງຂອບນິຕິກຳທັງບຸກທະລຸ, ແກ້ງແຍ້ງ, ທັງມີສະຖຽນລະພາບ, ສະເໝີຕົ້ນສະເໝີປາຍ, ມີກຳລັງແຮງຢ່າງພຽງພໍເພື່ອໃຫ້ສູນ ເຄື່ອນໄຫວພັດທະນາສຳເລັດຜົນ ແລະ ຍືນຍົງ; ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ນັກລົງທຶນ ແລະ ບັນດາອົງການການເງິນສາກົນນັບຕັ້ງແຕ່ຫົວທີ.








