• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປັບ​ປຸງ, ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົ​ວ​ພັນ​ໄມ​ຕີ​ຈິດ​ມິດ​ຕ​ະ​ພາບອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ

ຕອນເຊົ້າວັນທີ 10 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ດ້ວຍພິທີສູງສຸດສຳລັບປະມຸກລັດ. ພາຍຫຼັງພິທີຕ້ອນຮັບ, ການນຳສອງທ່ານໄດ້ດຳເນີນການພົບປະສົນທະນາ.
  ການພົບປະສົນທະນາລະຫວ່າງສອງຝ່າຍ  

ທີ່ການພົບປະສົນທະນາ, ການນຳສອງທ່ານໄດ້ຢັ້ງຢືນຄືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງສອງລັດ ນັ້ນແມ່ນ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດແກ່ການປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ກ່າວຄຳເຫັນທີ່ງານພົບປະ

ສອງຝ່າຍເຫັນດີສຸມໃສ່ຜັນຂະຫຍາຍຂໍ້ຕົກລົງສະບັບຕ່າງໆລະຫວ່າງສອງປະເທດຢ່າງມີປະສິດທິຜົນ. ສອງຝ່າຍກໍເຫັນດີຍູ້ແຮງເສົາຄ້ຳການຮ່ວມມືທາງດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ເພື່ອສົມທົບກັນຮັບມືກັບສິ່ງທ້າທາຍໃໝ່; ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານຄຸ້ມຄອງປົກປັກຮັກສາຊາຍແດນ, ໂດຍສະເພາະແມ່ນການສະກັດກັ້ນ, ຕໍ່ສູ້ຕ້ານອາດຊະຍາກຳຂ້າມຊາດ, ອາດຊະຍາກອນຢາເສບຕິດ, ຂຸດຄົ້ນຊັບພະຍາກອນທຳມະຊາດຢ່າງຜິດກົດໝາຍ, ການນຳເຂົ້າ - ສົ່ງອອກທີ່ຜິດກົດໝາຍ. ສອງຝ່າຍເຫັນດີເປັນເອກະພາບ ຈະມານະພະຍາຍາມຍົກລະດັບການຮ່ວມມືດ້ານເສດຖະກິດ; ໜູນຊ່ວຍການຟື້ນຟູຫຼັງໂລກລະບາດໂຄວິດ - 19; ຍົກສະດັບດ່ານຊາຍແດນສາກົນ ແລະ ທາງຄົມມະນາຄົມເຊື່ອມຕໍ່ລະຫວ່າງສອງປະເທດ; ຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດການສຶກສາ-ກໍ່ສ້າງ, ການທ່ອງທ່ຽວ, ພະລັງງານ, ກະສິກຳສະອາດ, ວິທະຍາສາດ, ເຕັກໂນໂລຢີ, ສາທາລະນະສຸກ, ວັດທະນະທຳ…

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ພ້ອມກັບຄະນະຜູ້ແທນ ຫວຽດນາມ ທີ່ງານພົບປະສົນທະນາ

ນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກໍໄດ້ປະກາດຂອງຂວັນຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນ ລາວ ລວມມູນຄ່າ 1 ລ້ານ USD.

ພາຍຫຼັງການພົບປະສົນທະນາ, ການນຳສອງປະເທດໄດ້ເປັນສັກຂີພິຍານພິທີລົງນາມ ແລະ ແລກປ່ຽນເອກະສານຮ່ວມມື 2 ສະບັບ ໃນຂົງເຂດເຕັກໂນໂລຢີ ແລະ ນະວັດຕະກຳ, ການສຶກສາ ແລະ ກໍ່ສ້າງ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top