• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປັບປຸງພື້ນຖານການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃຫ້ໝັ້ນຄົງໜັກແໜ້ນ

ເມື່ອຕີລາຄາກ່ຽວກັບການພົວພັນ ຫວຽດນາມ - ຈີນ ໃນປະຈຸບັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ໃນໄລຍະຜ່ານມາ, ດ້ວຍຄວາມມານະພະຍາຍາມຂອງພັກ, ລັດ ແລະ ປະຊາຊົນສອງປະເທດ

ພາບປະກອບ

ໃນຂອບເຂດການປະຕິບັດງານຢູ່ ຈີນ, ວັນທີ 4 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕອບສຳພາດສຳນັກຂ່າວສານຊິນຮວາ - ເຊິ່ງແມ່ນອົງການສື່ມວນຊົນແຖວໜ້າຂອງຈີນ.

        ເມື່ອຕີລາຄາກ່ຽວກັບການພົວພັນ ຫວຽດນາມ - ຈີນ ໃນປະຈຸບັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ໃນໄລຍະຜ່ານມາ, ດ້ວຍຄວາມມານະພະຍາຍາມຂອງພັກ, ລັດ ແລະ ປະຊາຊົນສອງປະເທດ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໄດ້ຮັກສາທ່າພັດທະນາຕັ້ງໜ້າ, ບັນລຸໄດ້ບັນດາຜົນງານທີ່ເປັນໜ້າຊົມເຊີຍ. ຜົນງານໃຫຍ່ຫຼວງທີ່ສຸດ, ພົ້ນເດັ່ນທີ່ສຸດນັ້ນແມ່ນສອງປະເທດໄດ້ປັບປຸງ, ພັດທະນາການພົວພັນດ້ານການເມືອງ, ການທູດ ແລະ ເສດຖະກິດ. ຈີນ ກາຍເປັນໜຶ່ງໃນບັນດາຄູ່ຮ່ວມມືການຄ້າແຖວໜ້າຂອງ ຫວຽດນາມ ດ້ວຍວົງເງິນການຄ້າສອງສົ້ນເພີ່ມຂຶ້ນຢ່າງແຮງ; ຄວາມຜິດດ່ຽງດຸ່ນ ການຄ້າພວມຄ່ອຍໆໄດ້ຮັບການປັບປຸງ. ສອງປະເທດໄດ້ຜັນຂະຫຍາຍການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນຢ່າງຟົດຟື້ນ, ພິເສດແມ່ນລະຫວ່າງລຸ້ນໜຸ່ມ ແລະ ປະຊາຊົນບັນດາທ້ອງຖິ່ນເຂດຊາຍແດນ… ດ້ວຍບັນດາເນື້ອໃນພົວພັນແລກປ່ຽນ, ຮ່ວມມືຫຼາຍດ້ານ, ຫຼາຍສົ້ນ, ປະກອບສ່ວນເພີ່ມທະວີນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ. ບັນດາໝາກຜົນນີ້ໄດ້ປະກອບສ່ວນສຳຄັນເຂົ້າໃນການປັບປຸງພື້ນຖານໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ກ່ວາອີກ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງເລື່ອງ ຈີນ ຈັດຕັ້ງ CIIE 2018, ສະແດງໃຫ້ເຫັນຈິນຕະນາການຮ່ວມມືພ້ອມກັນໄຊຊະນະ, ພ້ອມກັນມີຜົນປະໂຫຍດ, ສ້າງຊ່ອງທາງສົ່ງເສີມການຄ້າໃຫມ່, ສຳຄັນ ແລະ ມີອິດທິພົນຊື່ສຽງ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດດ້ວຍບົດບາດແມ່ນ “ປະເທດກິດຕິມະສັກ” ໃນການຈັດຕັ້ງຄັ້ງທຳອິດນີ້, ຫວຽດນາມ ໄດ້ມີກາລະໂອກາດສຳພັດ ແລະ ພົວພັນແລກປ່ຽນ, ເປີດກ້ວາງການຮ່ວມມືດຳເນີນທຸລະກິດກັບວິສາຫະກິດ, ນັກລົງທຶນຈີນ ແລະ ປະເທດອື່ນກ່ວາ 150.000 ແຫ່ງ.

(ແຫຼ່ງຄັດຈາກ VOV)


EU ປັບ​ໄໝ Google ເງິນ 403 ລ້ານ​ເອີໂຣ ຍ້ອນ​ການ​ແກ້​ໄຂ​ຂໍ້​ມູນ​ສະ​ຖານ​ທີ່​ຜິດ​ກຳ​ນົດ

EU ປັບ​ໄໝ Google ເງິນ 403 ລ້ານ​ເອີໂຣ ຍ້ອນ​ການ​ແກ້​ໄຂ​ຂໍ້​ມູນ​ສະ​ຖານ​ທີ່​ຜິດ​ກຳ​ນົດ

ວັນ​ທີ 21 ກັນ​ຍາ,ອົງ​ການ​ຄຸ້ມ​ຄອງຫຼັກ​ກ່ຽວ​ກັບ​ການ​ປົກ​ປ້ອງ​ຂໍ້​ມູນ​ຂອງ ສະ​ຫະ​ພາບ ເອີ​ລົບ (EU) ສຳ​ລັບຫຼາຍ​ກຸ່ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ​ໃໝ່, ໄດ້ແຈ້ງ​ການ​ປັບ​ໄໝ ເງິນ 403 ລ້ານ ເອີ​ໂຣ (463 ລ້ານ USD) ພາຍຫຼັງ​ການ​ສືບ​ສວນ​ທີ່​ແກ່​ຍາວ​ເປັນ​ເວ​ລາ 6 ປີ​ກ່ຽວ​ກັບ​ການ​ແກ້​ໄຂ​ຂໍ້​ມູນ​ສະ​ຖານ​ທີ່ຂອງ ຜູ້​ນຳ​ໃຊ້.

Top