ຕອນບ່າຍວັນທີ 20 ພຶດສະພາ, ຢູ່ ຮ່າໂນ້ຍ, ທີ່ການຕ້ອນຮັບ ທ່ານ Rogelio Polanco Fuentes, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ກຸຍບາ ປະຈຳ ຫວຽດນາມ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນວ່າ ຈະສືບຕໍ່ຍົກສູງປະສິດທິຜົນການພົວພັນຮ່ວມມືມິດຕະພາບແບບພິເສດ, ໃຫ້ສົມກັບກຳລັງຄວາມສາມາດບົ່ມຊ້ອນ, ລະດັບການພົວພັນ ແລະ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ປະເທດ.
ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ປາດຖະໜາວ່າ 2 ຝ່າຍຈະສືບຕໍ່ປັບປຸງ ແລະ ເພີ່ມທະວີສາຍພົວພັນແບບພິເສດ ຫວຽດນາມ - ກຸຍບາ ໃຫ້ຫຼາຍກວ່າອີກ. ທ່ານສະເໜີໃຫ້ 2 ຝ່າຍຈົ່ງສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາຂໍ້ຕົກລົງເຊິ່ງການນຳຂັ້ນສູງ 2 ປະເທດໄດ້ເປັນເອກະພາບ; ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ການຮ່ວມມືແບບຍືນຍົງ; ສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດບັນດາການເຄື່ອນໄຫວໃຫຍ່ຈຳນວນໜຶ່ງ ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນເກີດການນຳ Fidel Castro, ຜູ້ເປັນເພື່ອນມິດຜູ້ຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມ (13 ສິງຫາ 1926 – 13 ສິງຫາ 2026); ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ…
ສ່ວນທ່ານເອກອັກຄະລັດຖະທູດ Rogelio Polanco Fuentes ປາດຖະໜາວ່າ 2 ຝ່າຍຈະສືບຕໍ່ສົມທົບກັນແບ່ງປັນບົດຮຽນ, ພິເສດແມ່ນບັນດາບົດຮຽນໃນວິວັດການ 40 ປີແຫ່ງການຜັນຂະຫຍາຍນະໂຍບາຍປ່ຽນແປງໃໝ່ຂອງ ຫວຽດນາມ; ພ້ອມແລ້ວທີ່ຈະພ້ອມກັບ ຫວຽດນາມ ເຮັດໃຫ້ການພົວພັນຮ່ວມມືອັນແທ້ຈິງໃນທຸກຂົງເຂດເຊິ່ງ 2 ຝ່າຍມີທ່າແຮງ ແລະ ມີຄວາມຕ້ອງການ ເລິກເຊິ່ງຂຶ້ນອີກ, ໂດຍສະເພາະແມ່ນດ້ານກະສິກຳ ແລະ ເຕັກໂນໂລຊີຊີວະພາບ.







