ທີ່ການຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ສະເໜີສອງຝ່າຍຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ຮັບການລົງນາມຢ່າງມີປະສິດທິຜົນ, ພ້ອມທັງຊຸກຍູ້, ແລກປ່ຽນບັນດາເນື້ອໃນຮ່ວມມືໃໝ່. ຖືວ່າການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດຍັງມີຄວາມສາມາດບົ່ມຊ້ອນໃນການພັດທະນາ, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ ສອງຝາຍຕ້ອງຊຸກຍູ້ການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຢີ, ຜັນຂະຫຍາຍບັນດາໂຄງການຮ່ວມມືຢ່າງລະອຽດໃນບັນດາຂົງເຂດໃໝ່, ສະເໜີຝ່າຍຍີ່ປຸ່ນໜູນຊ່ວຍ ຫວຽດນາມ ຍົກສູງຄວາມສາມາດໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຊຸກຍູ້ການຮ່ວມມືໃນຂົງເຂດກະສິກຳນຳໃຊ້ເຕັກໂນໂລຢີສູງ.
ສ່ວນທ່ານນາຍົກລັດຖະມົນຕີ Ishiba Shigeru ເນັ້ນໜັກເຖິງລະດັບຄວາມສຳຄັນຂອງການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ທ່ານຊົມເຊີຍຕໍ່ເລື່ອງສອງປະເທດຫາກໍ່ປະກາດສ້າງຕັ້ງກົນໄກສົນທະນາ 2 + 2 ລະດັບຮອງລັດຖະມົນຕີການຕ່າງປະເທດ, ການປ້ອງກັນຊາດ ແລະ ສະແດງຄວາມປາດຖະໜາຢາກໃຫ້ສອງປະເທດເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບໃຫ້ຫຼາຍກ່ວາອີກ.
ແລະກໍໃນຕອນບ່າຍວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ. ທີ່ການພົບປະການນຳສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີສົມທົບກັນ, ແບ່ງປັນຫຼັກໝັ້ນ, ການຮ່ວມມືໃນບັນດາຂົງເຂດຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນຢູ່ບັນດາເວທີປາໄສໃນພາກພື້ນ ແລະ ສາກົນ.