• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເຈິ່ນແທັງເໝິນ ໃຫ້ຮູ້ວ່າ ຊຸມປີຜ່ານມາ, ການຈັດຕັ້ງການຕຳໜິຕິຊົມຕາມແຕ່ລະກຸ່ມ, ສົມທົບກັບການປະກອບຄຳເຫັນລວມ ບັນລຸປະສິດທິຜົນສູງ.
ທ່ານ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດເປັນປະທານກອງປະຊຸມ

ຕອນເຊົ້າວັນທີ 21 ທັນວາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິ້ນ ເລຂາຄະນະພັກ, ປະທານສະພາແຫ່ງຊາດ ໄດ້ເປັນປະທານກອງປະຊຸມຕຳໜິຕິຊົມ, ຕີລາຄາ, ຈັດອັນດັບຄຸນນະພາບໝູ່ຄະນະ ແລະ ສ່ວນບຸກຄົນຄະນະປະຈຳອົງຄະນະພັກສະພາແຫ່ງຊາດ ປີ 2025. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເຈິ່ນແທັງເໝິນ ໃຫ້ຮູ້ວ່າ ຊຸມປີຜ່ານມາ, ການຈັດຕັ້ງການຕຳໜິຕິຊົມຕາມແຕ່ລະກຸ່ມ, ສົມທົບກັບການປະກອບຄຳເຫັນລວມ ບັນລຸປະສິດທິຜົນສູງ. ບົນພື້ນຖານນັ້ນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ສະເໜີຕໍ່ສືບຕໍ່ເສີມຂະຫຍາຍວິທີການນີ້ຢູ່ກອງປະຊຸມຄັ້ງນີ້. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ເນັ້ນໜັກວ່າ, ບົນພື້ນຖານບັນດາຄຳເຫັນຢູ່ກອງປະຊຸມຕ້ອງສືບຕໍ່ບັນດາດ້ານດີ, ບັນດາຂໍ້ຈຳກັດ, ຂໍ້ຄົງຄ້າງຈະຖອດຖອນບົນຮຽນປະສົບການຢ່າງເຂັ້ມງວດເພື່ອແກ້ໄຂໃຫ້ເປັນຢ່າງດີໃນປີ 2026.

(ແຫຼ່ງຄັດຈາກ VOV)

ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາບັນ​ດາ​ນັກ​ຮົບ​ວິ​ລ​ະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ຢູ່​ລາວ

ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາບັນ​ດາ​ນັກ​ຮົບ​ວິ​ລ​ະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ຢູ່​ລາວ

ການເຄື່ອນໄຫວເພື່ອແນໃສ່ຫວນຄືນປະຫວັດສາດອົງອາດກ້າຫານ ແລະ ມູນເຊື້ອວິລະຊົນຂອງກອງທັບປະຊາຊົນຫວຽດນາມ; ສະແດງຄວາມຮູ້ບຸນຄຸນຕໍ່ການການເສຍສະຫຼະຊີວິດ, ການອຸທິດສ່ວນອັນຍິ່ງໃຫຍ່ຂອງຄົນລຸ້ນພໍ່ລຸ້ນອ້າຍເພື່ອເອກະລາດ, ຄວາມເສລີພາບຂອງປະເທດຊາດ.

Top