ຂ່າວສານ
ປະທານສະພາແຫ່ງຊາດເປັນປະທານກອງປະຊຸມກະກຽມໃຫ້ແກ່ວຽກງານກະກຽມສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນ
ຕອນເຊົ້າວັນທີ 17 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ເປັນປະທານວາລະປະຊຸມຄະນະປະຈຳອົງຄະນະພັກສະພາແຫ່ງຊາດກ່ຽວກັບບາງເນື້ອໃນທີ່ກ່ຽວຂ້ອງເຖິງແຜນການທິດທາງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ແລະ ຮ່າງກົດໝາຍສະບັບປັບປຸງ…
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນໃຫ້ຮູ້ວ່າບັນດາເນື້ອໃນໄດ້ຮັບການພິຈາລະນາ ຢູ່ກອງປະຊຸມຄັ້ງນີ້ເພື່ອແນໃສ່ຮັບໃຊ້ວຽກງານປັບປຸງການຈັດຕັ້ງກົງຈັກລັດໃຫ້ກະທັດລັດລົງໃນໄລຍະຕໍ່ໄປ. ທ່ານປະທານສະພາແຫ່ງຊາດຮຽກຮ້ອງໃຫ້ບັນດາອົງການຂອງສະພາແຫ່ງຊາດສືບຕໍ່ເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບ, ສົມທົບກັນບັນດາອົງການຂອງລັດຖະນຢ່າງແໜ້ນແຟ້ນ, ກະກຽມບັນດາເນື້ອໃນຍື່ນສະເໜີຕໍ່ກົມການເມືອງ, ຄະນະບໍລິຫານສູນກາງຮັບປະກັນຄວາມຄືບໜ້າ, ຄຸນນະພາບ ແລະ ຄວາມຮຽກຮ້ອງວາງອອກ.