• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ປະ​ຊາ​ຄົມ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ 6 ປະ​ເທດ ເອີ​ລົບ​ຕາ​ເວັນ​ອອກ

ໃນຕອນຄ່ຳວັນທີ 5 ກັນຍາ ຕາມເວລາທ້ອງຖິ່ນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ພົບປະກັບ ເອກອັກຄະລັດຖະທູດຫວຽດນາມ 6 ທ່ານປະຈຳ ບັນດາປະເທດເອີລົບ ລວມມີ: ສ.ເຊັກໂກ, ສະໂລວາກີ, ຮຸງກາຣີ, ໂປໂລຍ, ໂອຕາລິດ ທັງຮັບຜິດຊອບການທູດ ສະໂລເວນີ ແລະ ເຢຍລະມັນ. 
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບ ເອກອັກຄະລັດຖະທູດຫວຽດນາມ 6 ທ່ານປະຈຳ ບັນດາປະເທດເອີລົບ

ຕອນບ່າຍວັນທີ 5 ກັນຍາ ຕາມເວລາທ້ອງຖິ່ນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ພ້ອມກັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ໄປຮອດສະໜາມບິນ Schwechat, ເພື່ອເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດ ໂລກ ຄັ້ງທີ 5 (WCPS5) ຢູ່ນະຄອນ ວຽນນາ, ປະເທດ ໂອຕາລິດ, ຕາມຄຳເຊື້ອເຊີນຂອງທ່ານປະທານສະຫະພັນ ລັດຖະສະພາ ສາກົນ (IPU) Duarte Pacheco ແລະ ທ່ານປະທານສະພາແຫ່ງຊາດ ໂອຕາລິດ Wolfgang Sobotka. ກອງປະຊຸມບັນດາປະທານສະພາແຫ່ງຊາດ ສາກໂລກ ຄັ້ງທີ 5 ໂດຍ ສະຫະພັນລັດຖະສະພາສາກົນ, ສະຫະປະຊາຊາດ ແລະ ສະພາແຫ່ງຊາດ ສ.ໂອຕາລິດ ສົມທົບກັນຈັດຕັ້ງນັບແຕ່ວັນທີ 6 ກັນຍາ ຫາວັນທີ 8 ກັນຍາ 2021 ຕາມຮູບການຢູ່ຫໍປະຊຸມໂດຍກົງ.

ໃນຕອນຄ່ຳວັນທີ 5 ກັນຍາ ຕາມເວລາທ້ອງຖິ່ນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ພົບປະກັບ ເອກອັກຄະລັດຖະທູດຫວຽດນາມ 6 ທ່ານປະຈຳ ບັນດາປະເທດເອີລົບ ລວມມີ: ສ.ເຊັກໂກ, ສະໂລວາກີ, ຮຸງກາຣີ, ໂປໂລຍ, ໂອຕາລິດ ທັງຮັບຜິດຊອບການທູດ ສະໂລເວນີ ແລະ ເຢຍລະມັນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຕີລາຄາສູງ ບັນດາອົງການຕາງໜ້າການທູດ ຫວຽດນາມ ປະຈຳ ຕ່າງປະເທດ, ໃນນັ້ນມີບັນດາປະເທດເອີລົບ ໄດ້ຕັ້ງໜ້າຜັນຂະຫຍາຍການທູດວັກຊິນ, ບັນລຸໄດ້ໝາກຜົນເບື້ອງຕົນທີ່ດີພໍສົມຄວນ, ພ້ອມທັງສະເໜີໃຫ້ ບັນດາທ່ານເອກອັກຄະລັດຖະທູດ ສືບຕໍ່ຕັ້ງໜ້າຊອກຫາຊື້ວັກຊິນກັນໂຄວິດ - 19. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກໍ່ຢັ້ງຢືນວ່າ ສະພາແຫ່ງຊາດ ຈະພ້ອມກັບລັດຖະບານ ຕັ້ງໜ້າພິຈາລະນາ ແລະ ແກ້ໄຂບັນດາບັນຫາທີ່ຍັງຄົງຂ້າງໃນການປະຕິບັດລະບຽບການ ເພື່ອຍູ້ໄວ, ຍູ້ແຮງການຊື້, ຮັບວັກຊິນກັນໂຄວິດ - 19 ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ມີຄວາມຈຳເປັນທີ່ສຸດໃນໂລກ ໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ຄືໃນປັດຈຸບັນ.

ແລະກໍ່ໃນຕອນຄ່ຳວັນທີ 5 ກັນຍາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ພົບປະກັນພະນັກງານ, ພາລະກອນ ສະຖານທູດ ຫວຽດນາມ ປະຈຳ ສ.ໂອຕາລິດ, ພ້ອມກັບບັນດາຜູ້ຕາງໜ້າພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ 6 ປະເທດດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top