• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ສ.ອູ​ຣູກວາຍ​ຕາ​ເວັນ​ອອກ ຢ່າງ​ເປັນ​ທາງ​ການ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະເຂົ້າຮ່ວມການໂອ້ລົມສົນທະນາ, ພົບປະກັບການນຳຂັ້ນສູງ ອູຣູກວາຍ, ເຊັນຂໍ້ຕົກລົງຮ່ວມມືລະຫວ່າງອົງການນິຕິບັນຍັດສອງປະເທດ
ພາບປະກອບ: TTXVN

ຕອນບ່າຍວັນທີ 26 ເມສາ (ຕາມເວລາທ້ອງຖິ່ນ), ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໄດ້ເດີນທາງໄປມາຮອດນະຄອນຫຼວງ Montevideo, ເລີ່ມຕົ້ນການຢ້ຽມຢາມ ປະເທດ ສ.ອູຣູກວາຍຕາເວັນອອກ ຢ່າງເປັນທາງການ, ຕາມຄຳເຊື້ອເຊີນຂອງທ່ານປະທານສະພາສູງ ອູຣູກວາຍ Beatriz Argimon Cedeira.

ເຂົ້າຮ່ວມການຕ້ອນຮັບປະທານສະພາແຫ່ງຊາດ ແລະ ຄະນະຜູ້ແທນທີ່ສະໜາມບິນການທະຫານ ຢູ່ນະຄອນຫຼວງ Montevideo ມີ: ທ່ານເອກອັກຄະລັດຖະທູດ Santiago Wins ຫົວໜ້າກົມພິທີການກະຊວງການຕ່າງປະເທດ ອູຣູກວາຍ, ທ່ານ ເຢືອງກວັກແທັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາກຊັງຕິນ ທັງປະຈຳ ອູຣູກວາຍ, ພະນັກງານ, ລັດຖະກອນ ສະຖານທູດ ຫວຽດນາມ ປະຈຳ ອູຣູກວາຍ.

ຄາດວ່າ, ໃນການຢ້ຽມຢາມອູຣູກວາຍຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະເຂົ້າຮ່ວມການໂອ້ລົມສົນທະນາ, ພົບປະກັບການນຳຂັ້ນສູງ ອູຣູກວາຍ, ເຊັນຂໍ້ຕົກລົງຮ່ວມມືລະຫວ່າງອົງການນິຕິບັນຍັດສອງປະເທດ, ເຂົ້າຮ່ວມບາງການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ອູຣູກວາຍ, ເປັນສັກຂີພິຍານໃນພິທີເຊັນເອກະສານຮ່ວມມືຂອງບາງອົງການ, ທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)

ສ້າງກຳລັງໜູນໃໝ່ໃຫ້ແກ່ໄລຍະຮ່ວມມືພັດທະນາຢ່າງມີປະສິດທິຜົນ ແລະ ຍືນຍົງ, ຍາວນານລະຫວ່າງ ຫວຽດນາມ - ລາວ

ສ້າງກຳລັງໜູນໃໝ່ໃຫ້ແກ່ໄລຍະຮ່ວມມືພັດທະນາຢ່າງມີປະສິດທິຜົນ ແລະ ຍືນຍົງ, ຍາວນານລະຫວ່າງ ຫວຽດນາມ - ລາວ

ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ການເຕີບໂຕດ້ານການຄ້າ 2 ຝ່າຍ, ເປີດກວ້າງການເຊື່ອມຕໍ່ພື້ນຖານໂຄງລ່າງ, ຜັນຂະຫຍາຍບັນດາໂຄງການຮ່ວມມືຍຸດທະສາດໃຫ້ມີປະສິດທິຜົນ

Top