ຂ່າວສານ
ປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ: ຕວຽນກວາງ ຕ້ອງສ້າງພື້ນທີ, ກຳລັງໜູນໃໝ່ໃຫ້ແກ່ການພັດທະນາ
ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຊີ້ແຈ້ງວ່າ ບັນດາກຳລັງບົ່ມຊ້ອນຂອງ ທ້ອງຖິ່ນ, ໂດຍສະເພາະແມ່ນກ່ຽວກັບຂົງເຂດທ່ອງທ່ຽວດ້ວຍພື້ນຖານວັດທະນະທຳທີ່ອຸດົມສົມບູນຂອງປະຊາຄົມ 22 ຊົນເຜົ່າໃນບໍລິເວນແຂວງ, ທ່ານສະເໜີວ່າ:
“ທາງແຂວງຕ້ອງສຸມກຳລັງຜັນຂະຫຍາຍບັນດາມະຕິຂອງພັກ, ສະພາແຫ່ງຊາດ, ລັດຖະບານ ໄດ້ປະກາດໃຊ້ໃນໄລຍະຜ່ານມາ, ເອົາໃຈໃສ່ເຖິງຂົງເຂດການສຶກສາບຳລຸງສ້າງ, ວິທະຍາສາດເຕັກໂນໂລຢີຕ້ອງຖືລັດຖະນະໂຍບາຍເປັນແຖວໜ້າ. ທາງແຂວງຕ້ອງກຳນົດການພັດທະນາກ້າວຂຶ້ນຈາກບັນດາຂົງເຂດນີ້ ເພາະວ່າໃນຈຸດເວລາປັດຈຸບັນທັງສັງຄົມລ້ວນແຕ່ດຳເນີນການຫັນເປັນດີຈີຕອນ ແລະ ຄຸ້ມຄອງນຳໃຊ້ບັນດາການເຄື່ອນໄຫວປະຈຳວັນດ້ວຍວິທະຍາສາດເຕັກໂນໂລຢີ.”
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກໍຮຽກຮ້ອງໃຫ້ທ້ອງຖິ່ນຍົກສູງຄຸນນະພາບການວາງແຜນຜັງ, ເພື່ອແນໃສ່ຍາດແຍ່ງ, ເສີມຂະຫຍາຍກຳລັງບົ່ມຊ້ອນ, ທ່າໄດ້ປຽບ, ສ້າງພື້ນຖານ, ກຳລັງໜູນໃໝ່ໃຫ້ແກ່ການພັດທະນາປະກອບສ່ວນຍົກສູງກຳລັງຄວາມສາມາດແກ້ງແຍ້ງຂອງທ້ອງຖິ່ນ.