• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ເລືອງ​ເກື​່ອງ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ສ.ເປ​ຣູ ຢ່າງ​ເປັນ​ທາງ​ການ

ວັນທີ 12 ພະຈິກ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເລີ່ມຕົ້ນການຢ້ຽມຢາມ ສາທາລະນະລັດ ເປຣູ ແລະ ເຂົ້າຮ່ວມສັບປະດາສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2024 ຢູ່ Lima, ເປຣູ, ແຕ່ວັນທີ 12 – 16 ພະຈິກ, ຕາມຄຳເຊື້ອເຊີນຂອງທ່ານນາງປະທານາທິບໍດີ ສ.ເປຣູ, Dina Ercilia Boluarte Zegarra.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ສິ້ນສຸດການເຄື່ອນໄຫວຢູ່ ຈີເລ, ເດີນທາງໄປຢ້ຽມຢາມ ເປຣູ

ພາຍຫຼັງສິ້ນສຸດການເຄື່ອນໄຫວຢູ່ ສ.ຈີເລ, ວັນທີ 12 ພະຈິກ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເລີ່ມຕົ້ນການຢ້ຽມຢາມ ສາທາລະນະລັດ ເປຣູ ແລະ ເຂົ້າຮ່ວມສັບປະດາສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2024 ຢູ່ Lima, ເປຣູ, ແຕ່ວັນທີ 12 – 16 ພະຈິກ, ຕາມຄຳເຊື້ອເຊີນຂອງທ່ານນາງປະທານາທິບໍດີ ສ.ເປຣູ, Dina Ercilia Boluarte Zegarra. ການຢ້ຽມຢາມໄດ້ດຳເນີນໃນສະພາບການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັ ນທາງການທູດ ຫວຽດນາມ ແລະ ເປຣູ ຄົບຮອບ 30 ປີ (1994 – 2024) ແມ່ນຂີດໝາຍສຳຄັນ, ສ່ອງແສງໃຫ້ເຫັນການຂະຫຍາຍຕົວອັນຕັ້ງໜ້າຂອງການພົວພັນສອງຝ່າຍ ຈາກຂົງເຂດການເມືອງ - ການທູດ ຕະຫຼອດຮອດເສດຖະກິດ - ການຄ້າ; ແມ່ນໂອກາດປະຫວັດສາດ, ເປັນກຳລັງໜູນເພື່ອໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ. ການຢ້ຽມຢາມໄດ້ຕັ້ງຄວາມຫວັງວ່າ ຈະສ້າງຂີດໝາຍປະຫວັດສາດ, ປະກອບສ່ວນປັບປຸງພື້ນຖານການພົວພັນດ້ານການເມືອງອັນດີງາມລະຫວ່າງສອງປະເທດ, ຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດທີ່ມີກຳລັງບົ່ມຊ້ອນ ແລະ ມຸ່ງໄປເຖິງເລື່ອງນຳການພົວພັນຂຶ້ນສູ່ລະດັບສູງໃໝ່.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top