ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກໍໄດ້ເຂົ້າຮ່ວມ. ກ່າວຄຳເຫັນນະທີ່ນີ້, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ເນັ້ນໜັກວ່າ:
“ການຢ້ຽມຢາມ ຫວຽດນາມ ຂອງກະສັດ ບຣູໄນ ຊ່ວຍເຮັດໃຫ້ສາຍພົວພັນອັນສະໜິດແໜ້ນ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ບຣູໄນ ເລິກເຊິ່ງຂຶ້ນຕື່ມ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍເຈດຕະນາດີ ແລະ ຄວາມມານະພະຍາຍາມຂອງທັງສອງຝ່າຍ, ສາຍພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ບຣູໄນ ຈະນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງກວ່າເກົ່າ; ປະກອບສ່ວນສ້າງປະຊາຄົມ ອາຊຽນ ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນທົ່ວໂລກ”.
ສ່ວນກະສັດບຣູໄນ Darussalam Haji Hassanal Bolkiah ກໍ່ເນັ້ນໜັກວ່າ ເລື່ອງ 2 ປະເທດສືບຕໍ່ເພີ່ມທະວີການເຊື່ອມຕໍ່ດ້ານການຄ້າ ແລະ ເຮັດໃຫ້ການຮ່ວມມືໃນທຸກດ້ານເລິກເຊິ່ງກວ່າເກົ່າ, ເຊັ່ນ: ກະສິກຳ, ພະລັງງານ… ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດລວມເທົ່ານັ້ນ ຫາກຍັງຍົກສູງກຳລັງຄວາມສາມາດຂອງບັນດາຂະແໜງອຸດສາຫະກຳ, ວິສາຫະກິດສອງປະເທດ ກໍຄື ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ; ພ້ອມທັງ, ປາດຖະໜາວ່າ ຈະສືບຕໍ່ຮ່ວມມືກັບ ຫວຽດນາມ ແລະ ບັນດາປະເທດສະມາຊິກ ອາຊຽນ ຢ່າງແໜ້ນແຟ້ນ ເພື່ອບັນລຸໄດ້ວິໄສທັດປະຊາຄົມ ອາຊຽນ ໃນປີ 2045.








