• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ

ວັນທີ 15 ເມສາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ພົບປະເຈລະຈາກັບທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຈີນ, ປະທານປະເທດແຫ່ງ ສາທາລະນະລັດປະຊາຊົນ ຈີນ ສີຈີ້ນຜິງ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ພ້ອມດ້ວຍຄະນະຜູ້ແທນ ຫວຽດນາມ ໃນການພົບປະເຈລະຈາ

ໃນການພົບປະເຈລະຈາ, ການນຳສອງທ່ານພ້ອມກັນເນັ້ນໜັກວ່າ ນ້ຳໃຈໄມຕີຈິດມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແມ່ນມໍລະດົກລວມອັນລ້້ຳຄ່າຂອງສອງຊາດ, ເຊິ່ງຄົນລຸ້ນຫຼັງສອງປະເທດຕ້ອງສືບທອດ, ຖະໜຸຖະໜອມ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ຖືວ່າ 75 ປີຜ່ານມາ, ຂອບເຂບການພົວພັນສອງປະເທດ ຈາກມິດຕະພາບທີ່ເປັນມູນເຊື້ອ, ຖານສະຫາຍອ້າຍນ້ອງ ໄດ້ກາຍເປັນການຮ່ວມແຮງຮ່ວມໃຈສ້າງປະຊາຄົມແບ່ງປັນອະນາຄົດທີ່ມີຄວາມໝາຍຍຸດທະສາດ, ເປັນຕົວແບບຂອງການພົວພັນມິດຕະພາບ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ສາມັກຄີ.

ນະທີ່ນີ້, ທ່ານປະທານປະເທດ ເລືອງເກື່ອງກໍໄດ້ຍົກອອກບາງຂໍ້ສະເໜີ ແລະ ທິດທາງໃຫຍ່ໃນການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ. ທີໜຶ່ງແມ່ນ ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳ. ທີສອງແມ່ນ, ຍົກລະດັບການຮ່ວມມືອັນແທດຈິງໃນບັນດາຂົງເຂດ, ຈຸດສຸມແມ່ນນຳການຮ່ວມມືວິທະຍາສາດເຕັກໂນໂລຢີກາຍເປັນເສົາຄ້ຳໃໝ່, ກຳລັງໜູນໃໝ່, ຈຸດພົ້ນເດັ່ນໃໝ່ໃຫ້ແກ່ການພົວພັນສອງຝ່າຍ. ທີສາມແມ່ນ, ຜັນຂະຫຍາຍປີພົບປະແລກປ່ຽນວັດທະນະທຳມະນຸດ ຫວຽດນາມ - ຈີນ ປີ 2025 ໃຫ້ເປັນຢ່າງດີ. ທີສີ່ແມ່ນ, ເພີ່ມທະວີການແລກປ່ຽນ, ສົມທົບກັນໃນບັນດາເວທີປາໄສສາກົນ, ພາກພື້ນ ເຊິ່ງສອງຝ່າຍພ້ອມກັນເປັນສະມາຊິກ, ສະໜັບສະໜູນເຊິ່ງກັນ ແລະ ກັນ ຍົກສູງບົດບາດ, ທີ່ຕັ້ງບົນເວທີສາກົນ. ທີຫ້າແມ່ນ, ຄວບຄຸມ ແລະ ແກ້ໄຂຄວາມບໍ່ລົງລອຍກັນຢູ່ທະເລໃຫ້ສົມເຫດສົມຜົນ ບົນພື້ນຖານປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງ, ສອດຄ່ອງກັບກົດໝາຍສາກົນ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຢູ່ທະຕາເວັນອອກ ແລະ ໃນພາກພື້ນ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ແລະ ຄະນະຜູ້ແທນຂັ້ນສູງຈີນ ໃນການພົບປະເຈລະຈາ

ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ຕີລາຄາສູງບັນດາຄຳເຫັນປະກອບທີ່ຕັ້ງໜ້າ ແລະ ຂໍ້ສະເໜີສຳຄັນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ, ພ້ອມທັງຢັ້ງຢືນພັກ, ລັດ ຈີນ ປາດຖະໜາ ແລະ ພ້ອມແລ້ວທີ່ຈະຮັກສາການແລກປ່ຽນຍຸດທະສາດຂັ້ນສູງກັບ ຫວຽດນາມ; ປະຕິບັດແຜນການຮ່ວມມືເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ” ກັບຂອບເຂດ “ສອງແລວ, ໜຶ່ງເສັ້ນທາງ” ໃຫ້ເປັນຢ່າງດີ; ພ້ອມແລ້ວທີ່ຈະພ້ອມກັບ ຫວຽດນາມ ຊຸກຍູ້ການຮ່ວມມືກ່ຽວກັບພື້ນຖານໂຄງລ່າງຄົມມະນາຄົມ, ໂດຍສະເພາະແມ່ນ 3 ເສັ້ນທາງລົດໄຟເຊື່ອມຕໍ່ສອງປະເທດ, ເຂດຮ່ວມມືເສດຖະກິດຜ່ານຊາຍແດນ, ດ່ານຊາຍແດນອັດສະລິຍະ;   ເປີດກວ້າງການນຳເຂົ້າສິນຄ້າທີ່ມີຄຸນນະພາບສູງຂອງ ຫວຽດນາມ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ຫາກໍ່ພົ້ນເດັ້ນ; ສະເໜີໃຫ້ສອງຝ່າຍປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງໃຫ້ເປັນຢ່າງດີ, ຄວບຄຸມຄວາມບໍ່ລົງລອຍກັນໃຫ້ສົມເຫດສົມຜົນ ແລະ ເປີດກວ້າງການຮ່ວມມືຢູ່ທະເລ.

ພາຍຫຼັງການພົບປະເຈລະຈາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເປັນປະທານງານລ້ຽງຮອງຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ແລະ ຄະນະຜູ້ແທນຂັ້ນສູງ ຈີນ ຢ່າງສົມກຽດ.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສຸດຍອດ P4G: ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ສອງ​ສະ​ບັບ​ກ່ຽວ​ກັບ​ການ​ຫັນ​ປ່ຽນ​ສີ​ຂຽວ​ແບບ​ຍືນ​ຍົງ

ອັດ​ກອງ​ປະ​ຊຸມ​ສຸດຍອດ P4G: ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ສອງ​ສະ​ບັບ​ກ່ຽວ​ກັບ​ການ​ຫັນ​ປ່ຽນ​ສີ​ຂຽວ​ແບບ​ຍືນ​ຍົງ

ຕອນບ່າຍວັນທີ 17 ເມສາ, ຢູ່ຮ່າໂນ້ຍ, ກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G) ຄັ້ງທີ 4 ໄດ້ອັດລົງພາຍຫຼັງການເຮັດວຽກມາເປັນເວລາ 4 ວັນ (14/4 - 17/4).

Top