ທີ່ການພົບປະເຈລະຈາ, ປະມຸກລັດສອງປະເທດໄດ້ຕີລາຄາການພົວພັນ ຫວຽດນາມ - ຮຸງກາຣີ ມີການພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ, ໂດຍສະເພາະແມ່ນນັບແຕ່ເມື່ອສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2018, ໃນນັ້ນ, ເສດຖະກິດສືບຕໍ່ແມ່ນຈຸດພົ້ນເດັ່ນຂອງການພົວພັນສອງປະເທດດ້ວຍວົງເງິນການຄ້າສອງສົ້ນບັນລຸເກືອບ 1 ຕື້ USD ໃນປີ 2024.
ເມື່ອແລກປ່ຽນກ່ຽວກັບການກຳນົດທິດ ແລະ ມາດຕະການສຳຄັນເພື່ອແນໃສ່ຊຸກຍູ້ການພົວພັນສອງປະເທດ, ການນຳສອງຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການພົບປະ ແລະ ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ, ໃນທຸກຊ່ອງທາງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ, ການພົບປະແລກປ່ຽນປະຊາຊົນ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ເປັນພື້ນຖານເພື່ອຍູ້ແຮງການຮ່ວມມືສອງຝ່າຍໃນທຸກຂົງເຂດ. ສຳລັບດ້ານການຄ້າ - ການລົງທຶນ, ສອງຝ່າຍເຫັນດີເສີມຂະຫຍາຍບົດບາດຂອງຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດຫຼາຍກວ່າອີກ, ສົ່ງເສີມບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດສອງປະເທດຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (EVFTA) ຢ່າງມີປະສິດທິຜົນ; ເຫັນດີເພີ່ມທະວີການຮ່ວມມືລົງທຶນໃນບັນດາຂົງເຂດທີ່ມີທ່າແຮງຂອງ ຮຸງກາຣີ ເປັນຂົວຕໍ່ໃຫ້ກັນເຂົ້າໃນຕະຫຼາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ຕະຫຼາດສະຫະພາບເອີຣົບ (EU), ໃນນັ້ນ ມີພາກພື້ນ ເອີຣົບ ກາງ - ເອີຣົບຕາເວັນອອກ.
ກ່ຽວກັບດ້ານສຶກສາ - ບຳລຸງສ້າງ, ສອງຝ່າຍເຫັນດີເພີ່ມທະວີການນຳໃຊ້ທຶນການສຶກສາ 200 ທຶນເຊິ່ງ ຮຸງກາຣີ ສະໜອງໃຫ້ນັກສຶກສາ ຫວຽດນາມ ໃນແຕ່ລະປີຢ່າງມີປະສິດທິຜົນ. ການນຳສອງຝ່າຍກໍຖືວ່າ ຕ້ອງຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ເປັນມູນເຊື້ອຢ່າງມີປະສິດທິຜົນ ພ້ອມທັງຊຸກຍູ້ການເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່, ເຊັ່ນ: ການຫັນເປັນດີຈີຕອນ, ເຕັກໂນໂລຢີຂໍ້ມູນຂ່າວສານ, ສິ່ງແວດລ້ອມ, ການຄຸ້ມຄອງຊັບພະຍາກອນນ້ຳ.
ສອງຝ່າຍເຫັນດີຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນດາເວທີປາໄສຫຼາຍຝ່າຍ, ພິເສດ ຢູ່ ສປຊ, ປະກອບສ່ວນຮ່ວມແຮງຮ່ວມໃຈແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ.
ຕອນບ່າຍຂອງວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ ໄດ້ເປັນປະທານງານລ້ຽງຕ້ອນຮັບທ່ານປະທານາທິບໍດີ ຮຸງກາຣີ Sulyok Tamas ແລະ ພັນລະຍາ ຢ່າງສົມກຽດ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.