ຂ່າວສານ
ປະທານປະເທດ ຫວຽດນາມ: ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ຫຼາຍກ່ວາອີກ
ເນື່ອງໃນໂອກາດເຂົ້າຮ່ວມບັນດາການເຄື່ອນໄຫວຂອງ ສັບປະດາຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 80 ແລະ ເຮັດວຽກຢູ່ ອາເມລິກາ, ຕອນບ່າຍວັນທີ 22 ກັນຍາ, ຕາມເວລາທ້ອງຖິ່ນ ຢູ່ນິວຢອກ, ທ່ານ ເລືອງເກື່ອງ ປະທານປະເທດແຫ່ງ ສສ ຫວຽດນາມ ໄດ້ມີການພົບປະກັບເພື່ອນມິດ, ຄູ່ຮ່ວມມືໄລຍະຍາວ, ປະຊາຊົນຜູ້ກ້າວໜ້າ ອາເມລິກາ. ກ່າວຄຳເຫັນທີ່ເຫດການ, ທ່ານປະທານປະເທດ ປາດຖະໜາຢາກໃຫ້ເພື່ອນມິດ ອາເມລິກາ ສືບຕໍ່ເອົາໃຈໃສ່, ສະໜັບສະໜູນ ຫວຽດນາມ ແລະ ການພັດທະນາຂອງການພົວພັນລະຫວ່າງສອງປະເທດ, ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ບັນດາວິສາຫະກິດ, ທ້ອງຖິ່ນສອງຝ່າຍ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຫຼັກ ແລະ ບຸກທະລຸດ້ານເສດຖະກິດ, ການຄ້າ, ການລົງທຶນ, ພິເສດແມ່ນວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ. ທ່ານປະທານປະເທດ ກໍ່ສະເໜີໃຫ້ເພື່ອນມິດ, ຄູ່ຮ່ວມມື ອາເມລິກາ ສືບຕໍ່ສະໜັບສະໜູນ ແລະ ປະກອບສ່ວນເຂົ້າວຽກງານແກ້ໄຂຜົນຕາມມາຈາກສົງຄາມຄື: ແກ້ໄຂບັນດາເຂດທີ່ຍັງຕິດທາດພິດສີສົ້ມ, ຊອກຫາ ແລະ ທຳລາຍລູກລະເບີດໝາກມິ່ນທີ່ຍັງຕົກຄ້າງຫຼັງສົງຄາມ, ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດເຄມີ, ທາດພິດດີໂອຊິນ…ກ່າວຄຳເຫັນທີ່ເຫດການ, ທ່ານປະທານປະເທດ ຫວຽດນາມ ປາດຖະໜາວ່າ ເພື່ອນມິດ ອາເມລິກາ ຈະສືບຕໍ່ເອົາໃຈໃສ່, ສະໜັບສະໜູນ ຫວຽດນາມ ແລະ ການພັດທະນາຂອງສາຍພົວພັນລະຫວ່າງສອງປະເທດ. ທ່ານກ່າວວ່າ:
“ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ບັນດາວິສາຫະກິດ, ທ້ອງຖິ່ນສອງຝ່າຍ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຫຼັກ ແລະ ບຸກທະລຸກ່ຽວກັບເສດຖະກິດ, ການຄ້າ, ການລົງທຶນ, ພິເສດແມ່ນວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ. ສືບຕໍ່ປະກອບສ່ວນໃຫ້ແກ່ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ໜູນຊ່ວຍກັນເກັບກຳຂໍ້ມູນ ຊ່ວຍຍູ້ແຮງວິວັດການຊອກຫາ, ທ້ອນໂຮມອັດຖິທະຫານ ຫວຽດນາມ ທີ່ຖືກຫາຍສາບສູນ. ສ່ວນ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມສູງສຸດໃນການຮ່ວມມືກັບຝ່າຍ ອາເມລິກາ ແນໃສ່ຊອກຫາ, ສົ່ງອັດຖິທະຫານ ອາເມລິກາ ທີ່ເສຍຊີວິດໃນປາງສົມຄາມຢູ່ ຫວຽດນາມ ກັບຄືນເມືອປະເທດ”.
ທ່ານປະທານປະເທດ ເນັ້ນໜັກວ່າ ຫວຽດນາມ ແມ່ນປະເທດພັດທະນາທີ່ຂະຫຍັນຂັນເຄື່ອນ, ເປັນສະຖານທີ່ລົງທຶນທີ່ປອດໄພ ແລະ ດູດດື່ມຂອງບັນດານັກລົງທຶນຕ່າງປະເທດ, ທ່ານປາດຖະໜາວ່າບັນດາເພື່ອນມິດ, ຄູ່ຮ່ວມມື ອາເມລິກາ ສືບຕໍ່ປະກອບສ່ວນໃຫ້ແກ່ການພັດທະນາຂອງ ຫວຽດນາມ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ອາເມລິກາ.
ແລະກໍ່ໃນວັນດຽວກັນ, ທ່ານປະທານປະເທດ ກໍ່ໄດ້ໃຫ້ການຕ້ອນຮັບ ທ່ານ Jeffrey David Perlman ຜູ້ອຳນວຍການຝ່າຍບໍລິຫານກອງທຶນ Warburg Pincus, ປະທານສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ.