• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມ​ພິ​ທີ​ເປີ​ດ​ນຳ​ໃຊ້​ເຂດ​ອະ​ນຸ​ສອນ​ສະ​ຖານ ຮ່ອນ​ເຕົາ - ແດວ​ແລ

ຕອນເຊົ້າວັນທີ 18 ທັນວາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ປະຕິບັດພິທີເປີດນຳໃຊ້ ເຂດອະນຸສອນສະຖານ ຮ່ອນເຕົາ - ແດວແລ, ຢູ່ຕາແສງ ເກ້ລອງ, ເມືອງເກເຊີນ, ແຂວງ ກ໋ວາງນາມ.
  ທ່ານປະທານປະທານ ຫງວຽນຊວັນຟຸກ ຕັດແຖບຜ້າ ເປີດນຳໃຊ້ເຂດອະນຸສອນສະຖານ ຮ່ອນເຕົາ - ແດວແລ  

ກ່າວຄຳເຫັນທີ່ພິທີ, ທ່ານປະທານປະທານ ຫງວຽນຊວັນຟຸກ ເນັ້ນໜັກວ່າ ໂຄງການເຂດອະນຸສອນສະຖານ ຮ່ອນເຕົາ - ແດວແລ ແມ່ນສະຖານທີ່ສະແດງຄວາມຮູ້ບຸນຄຸນ ຕໍ່ບັນດາຜູ້ເສຍສະຫຼະຊີວິດ, ອຸທິດຕະຫຼອດຊີວິດຂອງຕົນເພື່ອປະເທດຊາດ. ທ່ານປະທານປະເທດ ຫວັງວ່າຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນເມືອງ ເກ້ເຊີນ, ແຂວງ ກ໋ວາງນາມ ຈະປະຕິບັດການຄຸ້ມຄອງ, ຮັກສາເປັນຢ່າງດີ ແລະ ເສີມຂະຫຍາຍມຸນຄ່າຂອງໂຄງການດັ່ງກ່າວຢ່າງມີປະສິດທິຜົນ, ແທດຈິງ ເພື່ອໃຫ້ສະຖານທີ່ແຫ່ງນີ້ກາຍເປັນບ່ອນສຶກສາມູນເຊື້ອໃຫ້ແກ່ຄົນລຸ້ນໜຸ່ມ, ແມ່ນຈຸດພົ້ນເດັ່ນທາງດ້ານວັດທະນະທຳ, ເຊື່ອມຕໍ່ກັບເຄືອຂ່າຍບັນດາມໍລະດົກປະຫວັດສາດ - ວັດທະນະທຳ, ທັດສະນີຍະພາບຂອງແຂວງ ກ໋ວາງນາມ ແລະ ເຂດພາກກາງ, ຮັບໃຊ້ແຂກທ່ອງທ່ຽວ ແລະ ໄວ້ອາໄລ.

ເນື້ອງໃນໂອກາດນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍ່ມອບຂອງຂວັນໃຫ້ແກ່ແມ່ຫວຽດນາມ ວິລະຊົນ ບຸຍທິຕວຽນ ແລະ ທ່ານນາງ ເຈິ່ນທິລານ ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ ຢູ່ເມືອງ ເກເຊີນ, ແຂວງ ກ໋ວາງນາມ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top