• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ພົບ​ປະ​ກັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄທ

ຕອນເຊົ້າວັນທີ 17 ພະຈິກ, ຢູ່ນະຄອນຫຼວງ ບາງກອກ, ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ໄທ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບທ່ານ ຊວນລິກໄພ ປະທານສະພາແຫ່ງຊາດ ໄທ.

ຕອນເຊົ້າວັນທີ 17 ພະຈິກ, ຢູ່ນະຄອນຫຼວງ ບາງກອກ, ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ໄທ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບທ່ານ ຊວນລິກໄພ ປະທານສະພາແຫ່ງຊາດ ໄທ.

  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກພົບປະກັບທ່ານ ຊວນລິກໄພ ປະທານສະພາແຫ່ງຊາດ ໄທ   

ການນຳສອງທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ທຸກຊ່ອງທາງ, ໃນນັ້ນມີຊ່ອງທາງລັດຖະສະພາ, ສືບຕໍ່ເສີມຂະຫຍາຍບົດບາດຂອງບັນດາອົງການນິຕິບັນຍັດໃນການຊຸກຍູ້ການພົວພັນສອງຝ່າຍກໍ່ຄືການສົມທົບກັນຕິດຕາມກວດກາບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງປະເທດ, ແບ່ງປັນບົດຮຽນປະສົບການໃນການກໍ່ສ້າງ ແລະ ປັບປຸງລະບົບນະໂຍບາຍ, ກົດໝາຍໃຫ້ສົມບູນແບບ ເພື່ອສ້າງຄວາມສະດວກໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດ. ສອງຝ່າຍກໍ່ໄດ້ເຫັນດີເປັນເອກະພາບເສີມຂະຫຍາຍບົດບາດຂອງກອງປະຊຸມສະມາຊິກລັດຖະສະພາ ຫວຽດນາມ - ໄທ ແລະ ໄທ - ຫວຽດນາມກ່ວາອີກ.

ເມື່ອແລກປ່ຽນກ່ຽວກັບສະພາບການສາກົນ ແລະ ພາກພື້ນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ສະພາແຫ່ງຊາດ ໄທ ສືບຕໍ່ສະໜັບສະໜູນການຮັກສາຫຼັກໝັ້ນລວມຂອງ ອາຊຽນກ່ຽວກັບການຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນ ຢູ່ທະເລຕາເວັນອອກ, ແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS).

 

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ​ຈະ​ໄປ​ຢ້ຽມ​ຢາມ ສ.ແ​ຟັງ​ລັງ​ ຢ່າງ​ເປັນ​ທາງ​ການ

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມ ສ.ແຟັງລັງໃນລະຫວ່າງວັນທີ 20 – 22 ຕຸລາ.

Top