ຍາມໃດ ພັກ, ລັດ ຫວຽດນາມ ກໍ່ມີຄວາມສະເໝີຕົ້ນສະເໝີປາຍໃນແນວຄິດຊີ້ນຳ ແລະ ຈັດຕັ້ງປະຕິບັດບັນດາລະບອບ, ນະໂຍບາຍຕໍ່ຜູ້ທີ່ມີຄຸນງາມຄວາມດີ. ພັກ, ລັດ ແລະ ປຊຊ ບໍ່ມີວັນທີ່ຈະລືມບັນດາຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ, ຍາມໃດກໍ່ສະຫງວນບັນດາອາລົມຈິດຄວາມຮັກແພງ, ເຄົາລົບ, ສູງສົ່ງ, ມະນຸດສະທຳໃຫ້ແກ່ເຂົາເຈົ້າ.
ພັກ, ລັດ ຫວຽດນາມ ຍາມໃດກໍ່ມີຄວາມສະເໝີຕົ້ນສະເໝີປາຍໃນແນວຄິດຊີ້ນຳ ແລະ ຈັດຕັ້ງປະຕິບັດບັນດາລະບອບ, ນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີ.
ປະຈຸບັນ, ຫວຽດນາມ ມີນັກຮົບເສຍສະຫຼະຊີວິດ 1.2 ລ້ານຄົນ, ມີຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະ ຍາດຕິພີ່ນ້ອງຂອງຜູ້ທີ່ມີຄຸນງາມຄວາມດີໃນທົ່ວປະເທດ 9.2 ລ້ານຄົນ.
ໃນ 78 ປີທີ່ຜ່ານມາ, ຫຼາຍນະໂຍບາຍບຸລິມະສິດໄດ້ປະກາດໃຊ້ຄື: ຄຳສັ່ງຂອງກົມການເມືອງ ກ່ຽວກັບການສືບຕໍ່ເພີ່ມທະວີການຊີ້ນຳຂອງພັກ ສຳລັບວຽກງານຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ; ມະຕິຂອງຄະນະບໍລິຫານງານສູນກາງພັກ ກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ຍົກສູງນະໂຍບາຍສັງຄົມ, ຕອບສະໜອງຄວາມຮຽກຮ້ອງໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນໄລຍະໃໝ່; ລັດຖະດຳລັດບຸລິມະສິດຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ…
ກ່າວຄຳເຫັນໃນການໄປຢ້ຽມຢາມ, ມອບຂອງຂັວນໃຫ້ແກ່ທະຫານເສຍອົງຄະ, ທະຫານເຈັບປ່ວຍຢູ່ສູນປິ່ນປົວພະຍາດ ທະຫານເສຍອົງຄະ ຢຸຍຕຽນ (ນິງບິ່ງ) ເມື່ອວັນທີ 23 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ສະເໜີວ່າ:
ບັນດາກະຊວງ, ຂະແໜງການສູງກາງ, ທ້ອງຖິ່ນ ເວົ້າລວມ, ກະຊວງພາຍໃນ ແລະ ແຂວງ ນິງບິ່ງ ເວົ້າສະເພາະ ຕ້ອງຜັນຂະຫຍາຍປະຕິບັດບັນດາມະຕິ, ຄຳສັ່ງຂອງພັກສຳລັບວຽກງານຜູ້ມີຄຸນງາມຄວາມດີຢ່າງເຂັ້ມງວດ, ຕ້ອງກຳນົດການເບິ່ງແຍງດູແລ ການປະຕິບັດນະໂຍບາຍບຸລິມະສິດສຳລັບຜູ້ທີ່ມີຄວາມດີ ແມ່ນໜ້າທີ່ເປັນປະຈຳ, ຍາວນານຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.
ບັນດາໝາກຜົນລະອຽດ
ໂດຍການປະຕິບັດບັນດາລະບອບ, ນະໂຍບາຍທີ່ມີຕໍ່ຜູ້ມີຄຸນງາມຄວາມດີ, ບັນດາການເຄື່ອນໄຫວຕອບບຸນແທນຄຸນ ແລະ ຂະບວນການ “ທົ່ວປວງຊົນເບິ່ງແຍງດູແລບັນດາຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ” ໄດ້ຮັບການແຜ່ກະຈາຍຢ່າງແຮງ, ເລິກເຊິ່ງກ້ວາງຂວາງ, ໄດ້ຮັບການຕອບສະໜອງຈາກປະຊາຄົມ. ໄລ່ສະເພາະໃນເວລາ 10 ປີຄືແຕ່ປີ 2013-2024, ທົ່ວປະເທດຂົນຂວາຍໄດ້ຈຳນວນເງິນກ່ວາ 345 ລ້ານ USD ເພື່ອໜູນຊ່ວຍຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ; ກໍ່ສ້າງເຮືອນໃໝ່ 67.700 ຫຼັງ ແລະ ສ້ອມແປງເຮືອນແຫ່ງສາຍຈິດມິດໃຈເກືອບ 45.900 ຫຼັງ ດ້ວຍຍອດຈຳນວນເງິນໜູນຊ່ວຍກ່ວາ 555 ລ້ານ USD; ມອບປື້ມຝາກເງິນປະຢັດ ກ່ວາ 110.000 ຫົວດ້ວຍຈຳນວນເງິນກ່ວາ 17.6 ລ້ານ USD ໃຫ້ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.
ຫວ່າງແລ້ວນີ້, ໃນການເປັນປະທານກອງປະຊຸມຄະນະຊີ້ນຳສູນກາງຜັນຂະຫຍາຍການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນຂອບເຂດທົ່ວປະເທດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຮຽກຮ້ອງຕ້ອງສຳເລັດການ “ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ” ໃຫ້ແກ່ຍາດຕິພີ່ນ້ອງ, ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດກ່ອນວັນທີ 27 ກໍລະກົດ ປີ 2025.
ໃຜມີໜ້ອຍກໍ່ຊ່ວຍໜ້ອຍ, ທົ່ວປະເທດຮ່ວມແຮງຮ່ວມໃຈ ເຫັນດີເຫັນພ້ອມຊ່ວຍຜູ້ທີ່ຢູ່ໃນເຮືອນຢູ່ຊົ່ວຄາວ, ເຮືອຮຮົ່ວເພ, ພິເສດແມ່ນ ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະ ຜູ້ທີ່ໄດ້ເສຍເສຍສະຫຼະຊີວິດເພື່ອປະເທດຊາດ, ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ ກໍ່ຄືສ້າງສາປະເທດ ຫວຽດນາມ. ໃຜມີກຳລັງແຮງ, ມີວັດຖຸກໍ່ຊ່ວຍ, ໃຜມີໜ້ອຍກໍ່ຊ່ວຍໜ້ອຍ, ໃຜມີອັນໃດກໍ່ຈະຊ່ວຍອັນນັ້ນ.
ໂດຍໄດ້ເຂົ້າຮ່ວມການພົບປະຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ຕົວພະຍານຫຼັກຖານປະຫັວດສາດປີ 2025 ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 24 ກໍລະກົດຢູ່ ຮ່າໂນ້ຍ, ນັກວິລະຊົນປະກອບອາວຸດ ປຊຊ ເລືອງວັນເມືອດ ແບ່ງປັນວ່າ:
ຍາມໃດພັກ, ລັດກໍ່ເອົາໃຈໃສ່ຕໍ່ຜູ້ທີ່ໄດ້ອຸທິດສ່ວນ, ເສຍສະຫຼະໃນການຕໍ່ສູ້. ເຖິງວ່າປະເທດຊາດໄດ້ພັດທະນາຕາມແຕ່ລະໄລຍະ, ນັບແຕ່ຍາມປະສົບກັບຄວາມຫຍຸ້ງຍາກ ຈົນມາຮອດປະຈຸບັນ, ຍາມໃດລັດກໍ່ໄດ້ເອົາໃຈໃສ່ຕໍ່ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ. ພັກ, ລັດໄດ້ຖືເປັນສຳຄັນ ແລະ ມີຄວາມເອົາໃຈໃສ່ທີ່ສຸດເຖິງບັນດາເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ທະຫານເສຍອົງຄະ ແລະ ຄອບຄົວທີ່ມີລູກ, ຜົວ, ຍາດຕິພີ່ນ້ອງທີ່ໄດ້ເສຍຊະຫຼະຊີວິດເພື່ອປະເທດຊາດ.
ປະເທດ ຫວຽດນາມ ພວມເຫັນປະຈັກຕາບັນດາການຫັນປ່ຽນ ເພື່ອກຽມພ້ອມພັດທະນາໃນສັງກາດໃໝ່. ຄວາມຮູ້ບຸນຄຸນ, ຕອບບຸນແທນຄຸນຕໍ່ຄຸນງາມຄວາມດີຂອງຄົນລຸ້ນກ່ອນ ແມ່ນສວ່ນໜຶ່ງທີ່ຂາດບໍ່ໄດ້ໃນວິວັດການພັດທະນານັ້ນ./.