• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ຊາ​ຊົນ​ເຂັ້ມ​ແຂງ - ປະ​ເທດ​ຊາດ​ພັດ​ທະ​ນາ

ເຫດ​ການ​ແມ່ນ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ເພື່ອ​ແນໃສ່​ຫັນ​ ການ​ກຳ​ທິດ​​ຈາກ​ “ການ​ປິ່ນ​ປົວ​ພະ​ຍາດ” ​ມາເປັນ “​ການ​ປ້ອງ​ກັນ​ພະ​ຍາດ”
ການ​ສະ​ແດງ​ສິ​ລ​ະ​ປະທີ່​ລາຍ​ການ (ພາບ: VOV)
ຕອນ​ຄ່ຳ​ວັນ​ທີ 5 ເມ​ສາ, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ປະ​ສານ​ສົມ​ທົບກັບ ສະ​ຖາ​ນີ​ໂທ​ລະ​ພາບ ຫວຽດ​ນາມ ຈັດ​​ຕັ້ງ​ລາຍ​ການ​​ສິ​ລະ​ປະການ​ເມືອງ ດ້ວ​ຍ​ຫົວ​ຂໍ້ “ປະ​ຊາ​ຊົນ​ເຂັ້ມ​ແຂງ - ປະ​ເທດ​​ຊາດພັດ​ທະ​ນາ” ຕອບ​ສະ​ໜອງວັນເພື່ອ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ​ຄັ້ງ​ທຳ​ອິດ 7 ເມ​ສາ. ເຫດ​ການ​ແມ່ນ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ເພື່ອ​ແນໃສ່​ຫັນ​ ການ​ກຳ​ທິດ​​ຈາກ​ “ການ​ປິ່ນ​ປົວ​ພະ​ຍາດ” ​ມາເປັນ “​ການ​ປ້ອງ​ກັນ​ພະ​ຍາດ”, ຕາມ​​ເນື້ອ​ໃນຈິດ​ໃຈ​ມະ​ຕິ​ເລກ​ທີ 72 ຂອງ​ກົມ​ການ​ເມືອງ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ເບິ່ງ​ແຍງ​ດູ​ແລ ແລະ ຍົກ​ສູງ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນໃຫ້​ເປັນ​ລະ​ອຽດ. ລາຍ​ການ​ດັ່ງ​ກ່າວ​ໄດ້​ຈັດເປັນ​ສາມ​ພາກ, ສ່ອງ​ແສງ​ບັນ​ດາ​ເສົາ​ຄ້ຳ​ຂອງ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ ແລະ ວິ​ທີ​ເຂົ້າ​ເຖິງ​ການ​ເບິ່ງ​ແຍງ​ດຸ​ແລ​ສຸ​ຂະ​ພາບ​ໃໝ່. ພາກ​ທີ​ໜຶ່ງ “​ຄວາມມາ​ນະ​ພະ​ຍາ​ຍາມ​​ຂອງ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ - ​ເບິ່ງ​ແຍງ​ດຸ​ແລ​ຍົກ​ສູງ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຄົມ”. ພາກ​ທີ​ສອງ ແນະ​ນຳ​ບັນ​ດາ​ຮູບ​ແບບ​ທ່ານ​ໝໍ​ພ້ອມ​ກັບ​ປະ​ຊາ​ຊົນ​​ດຳ​ລົງ​ຊີ​ວິດໃຫ້​ມີ​ສຸ​ຂະ​ພາບ​​ເຂັ້ມ​ແຂງ ພົນ​ເດັ່ນ​ແມ່ນ​ວິ​ທີ​ການ​ເຮັດ​ວຽກ​ຂອງ​ການ​ແພດ​ຮາກ​ຖານ​ຢູ່​ແຂວງ ດົ່ງ​ນາຍ​ໃນ​ການ​ສ້າງ​ຮູບ​ແບບ​ຊຸມ​ຊົນ​ດຳ​ລົງ​ຊີ​ວິດ​​ດ້ວຍ​ສຸ​ຂະ​ພາບ​ເຂັ້ມ​ແຂງ​ຢູ່​ຂັ້ນ​ຕາ​ແສງ. ພາກ​ທີ​ສາມ ມຸ່ງ​ໄປ​ເຖິງ​ການ​ສ້າງວັດ​ທະ​ນະ​ທຳ​ດຳ​ລົງ​ຊີ​ວິດ​ທີ່ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ​ໃນ​ປະ​ຊາ​ຊົນ.

(ແຫຼ່ງຄັດຈາກ VOV)

AI Day 2026: ຊຸກ​ຍູ້​ຄວາມ​ອາດ​ສາ​ມາດ AI ໃຫ້ຫວຽດ​ນາມ ໃນ​ສັງ​ກາດ​ເສດ​ຖະ​ກິດ​ປະ​ຍາ​ປະ​ດິດ

AI Day 2026: ຊຸກ​ຍູ້​ຄວາມ​ອາດ​ສາ​ມາດ AI ໃຫ້ຫວຽດ​ນາມ ໃນ​ສັງ​ກາດ​ເສດ​ຖະ​ກິດ​ປະ​ຍາ​ປະ​ດິດ

AI Day 2026 ແມ່ນ​ເວ​ທີ​ປາ​ໄສ​ເຕົ້າ​ໂຮມຫຼາຍອັດ​ຕະ​ພາບ, ສ້າງ​ບໍ​ລິ​ເວນແລກ​ປ່ຽນ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ ແລະ ສະ​ເໜີ​ຂໍ້​ສະ​ເໜີ​ໝູນ​ໃຊ້​ປັນ​ຍາ​ປະ​ດິດ​ໃນ​ບັນ​ດາ​ຂົງ​ເຂດ​ວິ​ຊາ​ສະ​ເພາະ.

Top