• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ຊາ​ຊົນ​ວິງ​ລອງ ເຊື່ອ​ໝັ້ນກໍ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​​ຈະຄັດ​ເລືອກເອົາຖັນ​ແຖວ​ພະ​ນັກ​ງານ​ການ​ນຳ​ ມີ​ຄຸນ​ສົມ​ບັດ, ​ຄວາມເກັ່ງ​ກ້າ​ສາ​ມາດ, ສຸດ​ຈິດ​ສຸດ​ໃຈ ແລະ ມີ​ລະ​ດັບ​ຄວາມ​ສາ​ມາດ​ຢ່າງ​ຄົບ​ຖ້ວນ

ປະຊາຊົນວິງລອງ ສະແດງຄວາມເຊື່ອໝັ້ນວ່າກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຈະວາງອອກບັນດານະໂຍບາຍຊີ້ຂາດຍຸດທະສາດ, ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ການພັດທະນາໂດຍໄວ ແລະ ຍືນຍົງຂອງປະເທດຊາດໃນໄລຍະຈະມາເຖິງ.
ແຂວງວິງລອງເລີ່ມລົງມືກໍ່ສ້າງ ແລະ ເປີດນຳໃຊ້ຫຼາຍກິດຈະກຳໃຫຍ່ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ (ພາບ: VOV)

ຜ່ານບັນດາພາຫະນະສື່ມວນຊົນ, ອ້າຍ ຫງວຽນແທັງຢວຽນ ອາໄສຢູ່ຕາແສງ ລອງເຈົາ ແຂວງ ວິງລອງໄດ້ເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຈະຄັດເລືອກເອົາບັນດາພະນັກງານການນຳ ທີ່ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ, ສຸດຈິດສຸດໃຈ ແລະ ມີລະດັບຄວາມສາມາດຢ່າງຄົບຖ້ວນ ເຂົ້າຮ່ວມຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.

ປະຊາຊົນຂອງພວກຂ້າພະເຈົ້າກໍ່ມີຄວາມສົນໃຈທີ່ສດ, ຕິດຕາມຂ່າວຄາວກ່ຽວກັບບັນດາການເຄື່ອນໄຫວຂອງກອງປະຊຸມໃຫຍ່ເປັນປະຈຳ. ພວກຂ້າພະເຈົ້າເຫັນໄດ້ວ່ານີ້ແມ່ນຂີດໝາຍປະຫວັດສາດ, ເປັນຕົ້ນແມ່ນໃນສະພາບການສັບຊ້ອນ, ໂຮມບັນດາອົງການຄຸ້ມຄອງບໍລິຫານຄືນໃໝ່ ພ້ອມກັບທົ່ວປະເທດ ແນໃສ່ສ້າງກຳລັງໜູນໃໝ່ໃຫ້ການພັດທະນາເສດຖະກິດ, ເປີດບາດລ້ຽວສຳຄັນ, ເລີ່ມສັງກາດໃໝ່ - ສັງກາດບຸກບືນ.

ປະຊາຊົນວິງລອງ ສະແດງຄວາມເຊື່ອໝັ້ນວ່າກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຈະວາງອອກບັນດານະໂຍບາຍຊີ້ຂາດຍຸດທະສາດ, ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ການພັດທະນາໂດຍໄວ ແລະ ຍືນຍົງຂອງປະເທດຊາດໃນໄລຍະຈະມາເຖິງ.

(ເກາະ ນາມຢູ ຂຶ້ນກັບເຂດພິເສດ ກຽນຫາຍ, ແຂວງ ອານຢາງ)

ໃນຊຸມມື້ນີ້, ພະນັກງານ, ນັກຮົບ, ສະມາຊິກພັກ ແລະ ປະຊາຊົນຢູ່ເກາະ ນາມຢູ ຂຶ້ນກັບເຂດພິເສດ ກຽນຫາຍ, ແຂວງ ອານຢາງ,  ໄດ້ຕິດຕາມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ດ້ວຍຄວາມໄວ້ເນື້ອເຊື່ອໝັ້ນຢ່າງແຮງຕໍ່ຜົນສຳເລັດ ແລະ ຄວາມທະລຸຂອງກອງປະຊຸມໃຫຍ່.

        ທ່ານຮ້ອຍເອກ ໂຮ່ຊວັນເຈື່ອງ, ນັກການເມືອງປ້ອມ ຣາດາ 625, ກອງພັນໃຫຍ່ 551, ທະຫານເຮືອເຂດ 5, ພວມເຂົ້າຮ່ວມການຕັ້ງທັບຢູ່ຕາແສງເກາະ ຕຽນຫາຍ, ແຂວງ ອານຢາງ, ແບ່ງປັນວ່າ:

        “ຂ້າພະເຈົ້າເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຈະສືບຕໍ່ຢືນຢັນບັນດາແນວທາງທີ່ຖືກຕ້ອງ, ພ້ອມກັນນັ້ນກໍ່ມີການປ່ຽນແປງໃໝ່ຢ່າງແຂງແຮງໃນຈິນຕະນາການຄຸ້ມຄອງບໍລິຫານແຫ່ງຊາດ, ພັດທະນາມະນຸດ ແລະ ກໍ່ສ້າງແບບຍືນຍົງໃຫ້ແກ່ລຸ້ນອະນາຄົດ”.

(ແຫຼ່ງຄັດຈາກ VOV)

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ: ປະກາດຜົນການເລືອກຕັ້ງຄະນະບໍລິຫານງານສູນກາງພັກ ຊຸດທີ XIV

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ: ປະກາດຜົນການເລືອກຕັ້ງຄະນະບໍລິຫານງານສູນກາງພັກ ຊຸດທີ XIV

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ປະກາດຜົນ ແລະ ຮັບຮອງເອົາລາຍຊື່ຄະນະບໍລິຫານງານສູນກາງພັກ ຊຸດທີ XIV

Top