• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີ ອາເມລິກາ ພ້ອມແລ້ວທີ່ຈະພົບປະຄືນໃໝ່ກັບການນຳ ສປປ.ເກົາຫຼີ

ທ່ານປະທານາທິບໍດີ ອາເມລິກາ Donald Trump ພວມຊັ່ງຊາກໍລະນີຈັດຕັ້ງກອງປະຊຸມສຸດຍອດຄັ້ງທີ 3 ກັບການນຳ ສປປ.ເກົາຫຼີ Kim Jong-un.

ທ່ານປະທານາທິບໍດີ ອາເມລິກາ Donald Trump ພົບປະກັບການນຳ ສປປ.ເກົາຫຼີ Kim Jong-un ຢູ່ ຮ່າໂນ້ຍ (ພາບ: TTXVN)

ວັນທີ 10 ມີນາ, ທ່ານ John Bolton ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ອາເມລິກາ Donald Trump ພວມຊັ່ງຊາກໍລະນີຈັດຕັ້ງກອງປະຊຸມສຸດຍອດຄັ້ງທີ 3 ກັບການນຳ ສປປ.ເກົາຫຼີ Kim Jong-un, ແຕ່ຍັງບໍ່ທັນກຳນົດວັນເວລາເທື່ອ.

        ທ່ານ John Bolton ເວົ້າວ່າ: ອາເມລິກາ ບໍ່ລະເມີເຟີ້ຝັນກ່ຽວກັບບັນດາກຳລັງຄວາມສາມາດຂອງ ສປປ.ເກົາຫຼີ, ແຕ່ທ່ານປະທານາທິບໍດີ Donald Trump ຍັງເຊື່ອໝັ້ນຕໍ່ການພົວພັນລະຫວ່າງທ່ານກັບການນຳ Kim Jong-un. ຕາມທ່ານ John Bolton ແລ້ວ, ທ່ານປະທານາທິບໍດີ Donald Trump ພ້ອມແລ້ວທີ່ຈະເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 3 ຍ້ອນວ່າ ທ່ານ Donald Trump ຖືວ່າ: ແງ່ຫວັງສ້າງແຫຼມ ເກົາຫຼີ ປອດນິວເຄຼຍ ບໍ່ແມ່ນສິ່ງທຳມະດາ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top