ຂ່າວສານ ປະທານາທິບໍດີ J.Biden ຢັ້ງຢືນປະເທດ ອາເມລິກາ ຈະຫຼີກລ້ຽງສະພາບລົ້ມລະລາຍໄດ້ 27/05/2023 ໜີ້ສາທາລະນະຂອງ ອາເມລິກາ ພວມຢູ່ໃນລະດັບ 31.400 ຕື້ໂດລາສະນະລັດ. ກອງປະຊຸມຂອງການນຳພັກການເມືອງກ່ຽວກັບລະດັບເພດານໜີ້ສາທາລະນະ (ພາບ: AFP/TTXVN) ວັນທີ 25 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ປະກາດວ່າ: ພື້ນຖານເສດຖະກິດແຖວໜ້າຂອງໂລກນີ້ຈະຫຼີກລ້ຽງສະພາບລົ້ມລະລາຍໄດ້, ເຖິງວ່າບັນດາສະມາຊິກລັດຖະສະພາໄດ້ເລີ່ມວັນພັກຍາວເປັນເວລາ 10 ວັນ ໃນຂະນະທີ່ຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງຍົກລະດັບເພດານໜີ້ສາທາລະນະ. ຍັງອີກ 7 ວັນແມ່ນຈະຮອດວັນທີ 1 ມິຖຸນາ, ເຊິ່ງແມ່ນຈຸດເວລາທີ່ກະຊວງການເງິນ ອາເມລິກາ ກ່າວເຕືອນລັດຖະບານ ອາດຈະບໍ່ມີຄວາມສາມາດຊຳລະລາຍຈ່າຍໃຫ້ແກ່ການເຄື່ອນໄຫວຕ່າງໆ ແລະ ຈະລົ້ມລະລາຍ ຖ້າຫາກບັນດາສະມາຊິກຂອງພັກ ປະຊາທິປະໄຕ ແລະ ພັກ ສາທາລະນະ ບໍ່ບັນລຸໄດ້ຂໍ້ຕົກລົງກ່ຽວກັນການຍົກລະດັບເພດານໜີ້ສາທາລະນະ. ໜີ້ສາທາລະນະຂອງ ອາເມລິກາ ພວມຢູ່ໃນລະດັບ 31.400 ຕື້ໂດລາສະນະລັດ. ໃນຂະນະນັ້ນ, ບັນດາສະມາຊິກລັດຖະສະພາໄດ້ເລີ່ມເວລາພັກ ພາຍຫຼັງການປ່ອນບັດຄັ້ງສຸດທ້າຍໃນຕອນເຊົ້າວັນທີ 25 ພຶດສະພາ ແລະ ຮອດວັນທີ 4 ມິຖຸນາ ຈຶ່ງຈະໂຮມປະຊຸມຄືນໃໝ່. ຫຼາຍຄົນມີຄວາມວິຕົກວັງວົນ ວ່າ ໄລຍະພັກທີ່ແກ່ຍາວ ຈະເຮັດໃຫ້ວິວັດການເຈລະຈາຖືກຂາດວັກຂາດຕອນໃນໄລຍະຮ້ອນເຮັ່ງ. (ແຫຼ່ງຄັດຈາກ VOV)

ໜີ້ສາທາລະນະຂອງ ອາເມລິກາ ພວມຢູ່ໃນລະດັບ 31.400 ຕື້ໂດລາສະນະລັດ. ກອງປະຊຸມຂອງການນຳພັກການເມືອງກ່ຽວກັບລະດັບເພດານໜີ້ສາທາລະນະ (ພາບ: AFP/TTXVN) ວັນທີ 25 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ປະກາດວ່າ: ພື້ນຖານເສດຖະກິດແຖວໜ້າຂອງໂລກນີ້ຈະຫຼີກລ້ຽງສະພາບລົ້ມລະລາຍໄດ້, ເຖິງວ່າບັນດາສະມາຊິກລັດຖະສະພາໄດ້ເລີ່ມວັນພັກຍາວເປັນເວລາ 10 ວັນ ໃນຂະນະທີ່ຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງຍົກລະດັບເພດານໜີ້ສາທາລະນະ. ຍັງອີກ 7 ວັນແມ່ນຈະຮອດວັນທີ 1 ມິຖຸນາ, ເຊິ່ງແມ່ນຈຸດເວລາທີ່ກະຊວງການເງິນ ອາເມລິກາ ກ່າວເຕືອນລັດຖະບານ ອາດຈະບໍ່ມີຄວາມສາມາດຊຳລະລາຍຈ່າຍໃຫ້ແກ່ການເຄື່ອນໄຫວຕ່າງໆ ແລະ ຈະລົ້ມລະລາຍ ຖ້າຫາກບັນດາສະມາຊິກຂອງພັກ ປະຊາທິປະໄຕ ແລະ ພັກ ສາທາລະນະ ບໍ່ບັນລຸໄດ້ຂໍ້ຕົກລົງກ່ຽວກັນການຍົກລະດັບເພດານໜີ້ສາທາລະນະ. ໜີ້ສາທາລະນະຂອງ ອາເມລິກາ ພວມຢູ່ໃນລະດັບ 31.400 ຕື້ໂດລາສະນະລັດ. ໃນຂະນະນັ້ນ, ບັນດາສະມາຊິກລັດຖະສະພາໄດ້ເລີ່ມເວລາພັກ ພາຍຫຼັງການປ່ອນບັດຄັ້ງສຸດທ້າຍໃນຕອນເຊົ້າວັນທີ 25 ພຶດສະພາ ແລະ ຮອດວັນທີ 4 ມິຖຸນາ ຈຶ່ງຈະໂຮມປະຊຸມຄືນໃໝ່. ຫຼາຍຄົນມີຄວາມວິຕົກວັງວົນ ວ່າ ໄລຍະພັກທີ່ແກ່ຍາວ ຈະເຮັດໃຫ້ວິວັດການເຈລະຈາຖືກຂາດວັກຂາດຕອນໃນໄລຍະຮ້ອນເຮັ່ງ.
ບັນດາບົດຕໍ່ໄປ ກະຊວງຕຳຫຼວດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື08/12/2025ຂ່າວສານກະຊວງຕຳຫຼວດ 2 ປະເທດສືບຕໍ່ຜັນຂະຫຍາຍວຽກງານປ້ອງກັນ, ຕ້ານອາດຊະຍາກຳກ່ຽວກັບການຄ້າມະນຸດ, ອາດຊະຍາກຳກ່ຽວກັບຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ເຂດພູພຽງຫີນ ດົ່ງວັນ ຮັບນາມມະຍົດ “ສະຖານທີ່ນັດພົບດ້ານວັດທະນະທຳແຖວໜ້າໂລກ ປີ 2025”08/12/2025ຂ່າວສານອີຢິບ ກະຕຸກຊຸກຍູ້ໃຫ້ຜັນຂະຫຍາຍກຳລັງຕິດຕາມການຢຸດຍິງຢູ່ເຂດ ກາຊາ ໂດຍໄວ08/12/2025ຂ່າວສານມີກວ່າ 900 ຄົນເສຍຊີວິດຍ້ອນນ້ຳຖ້ວມ ແລະ ດິນເຊາະເຈື່ອນຢູ່ ອິນໂດເນເຊຍ08/12/2025ຂ່າວສານມີຜູ້ຮັບບາດເຈັບ - ເສຍຊີວິດໃນການປະທະກັນຄັ້ງຫຼ້າສຸດຢູ່ເຂດຊາຍແດນ ອາບການິດສະຖານ - ປາກິດສະຖານ08/12/2025ຂ່າວສານເພີ່ມທະວີການສົມທົບກັນລະຫວ່າງ ຕຳຫຼວດ, ກອງທັບ - ການທູດ ໃນໄລຍະໃໝ່08/12/2025ຂ່າວສານສີສັນ ອາຊຽນ ທີ່ງານບຸນອາຫານສາກົນ 202508/12/2025ຂ່າວສານ ອ່ານເພີ່ມ