ຂ່າວສານ
ປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ: ການສ້າງອົງການຈັດຕັ້ງສະມາຄົມພຸດທະສາສະໜາ ຫວຽດນາມ ເຄັ່ງຂຶມ, ເຂັ້ມແຂງ ແລະ ພັດທະນາ
ດ້ວຍການປະຕິບັດຕາມຫຼັກຄຳສອນ "ຄຳສອນພຸດທະສາສະໜາ - ປະເທດຊາດ - ລັດທິສັງຄົມນິຍົມ" ພຸດທະສາສະໜາ ຫວຽດນາມ ໄດ້ສືບທອດມູນເຊື້ອ, ເຕີບໃຫຍ່ເຂັ້ມແຂງຂຶ້ນໃນທຸກດ້ານຢ່າງບໍ່ຢຸດຢັ້ງ, ຢືນຢັນສາຍພົວພັນທີ່ບໍ່ອາດສາມາດຕັດແຍກອອກຈາກຄຳສອນພຸດທະສາສະໜາ ແລະ ປະເທດຊາດໄດ້. ນັ້ນແມ່ນຄຳຢືນຢັນຂອງທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ທີ່ກອງປະຊຸມໃຫຍ່ຜູ້ແທນພຸດທະສາສະໜາທົ່ວປະເທດຄັ້ງທີ 10, ອາຍຸການ 2026-2031, ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 07 ພະຈິກ, ຢູ່ນະຄອນ ໂຮ່ຈິມິນ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ໄດ້ຕີລາຄາສູງຕໍ່ສະມາຄົມພຸດທະສາສະໜາ ຫວຽດນາມ ທີ່ໄດ້ເລືອກຫົວຂໍ້ ຂອງກອງປະຊຸມໃຫຍ່ຄັ້ງນີ້ແມ່ນ "ລະບຽບວິໄນ - ການປ່ຽນແປງໃໝ່ - ປະສິດທິພາບ - ປະສິດທິຜົນ":
ສ້າງອົງການຈັດຕັ້ງສາມາຄົມພຸດທະສາສະໜາ ຫວຽດນາມ ເຄັ່ງຂຶມ, ເຂັ້ມແຂງ ແລະ ພັດທະນາ; ສືບຕໍ່ເສີມຂະຫຍາຍບັນດາຄຸນຄ່າອັນດີງາມຂອງພຸດທະສາສະໜາ ຫວຽດນາມ, ຢືນຢັນທີ່ຕັ້ງຂອງອົງການພຸດທະສາສະໜາໜຶ່ງດຽວຢູ່ ຫວຽດນາມ ທີ່ຕາງໜ້າໃຫ້ພະສົງສຳມະເນນ, ພຸດທະສາສະນິກກະຊົນ ຫວຽດນາມ ທັງພາຍໃນ ແລະ ຕ່າງປະເທດ. ສະມາຄົມພຸດທະສາສະໜາ ຫວຽດນາມ ສືບຕໍ່ເຕົ້າໂຮມຄວາມສາມັກຄີ ພະສົງສຳມະເນນ, ພຸດທະສາສະນິກກະຊົນ ຫວຽດນາມ ເພື່ອປະຕິບັດບັນດາການເຄື່ອນໄຫວແຂ່ງຂັນຮັກຊາດ, ຕິດພັນຢ່າງໃກ້ຊິດ, ຮ່ວມເດີນທາງພ້ອມກັບປະເທດຊາດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄວາມສາມັກຄີ, ປອງດອງຊາດ, ແລະ ປົກປັກຮັກສາສັນຕິພາບໂລກຢ່າງແທດຈິງ.






