• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ຫວຽດນາມ ເຮັດວຽກກັບແຂວງ ກວ໋າງນິງ

      ແຂວງ ກວ໋າງນິງ ຄວນສືບຕໍ່ຊາບຊືມຄຳຮຽກຮ້ອງຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆ ອາຍຸການ 2021 – 2026 ເພື່ອເລືອກເອົາຜູ້ອອກສະໝັກເລືອກຕັ້ງທີ່ເໝາະສົມທີ່ສຸດ; ເສີມຂະຫຍາຍໄດ້ສິດເປັນເຈົ້າຂອງປະຊາຊົນ, ເປີດເຜີຍ, ໂປ່ງໃສ, ຮັບປະກັນຄວາມປອດໄພ ເພື່ອໃຫ້ວັນເລືອກຕັ້ງກາຍເປັນວັນບຸນຂອງທົ່ວປວງຊົນ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເຮັດວຽກກັບແຂວງ ກວ໋າງນິງ (ພາບ: TTXVN)
      ຫົວຄິດປະດິດສ້າງທຳອິດຂອງ ກວ໋າງນິງ ແມ່ນປະກາດໃຊ້ແຜນການ, ໃນນັ້ນ ແບ່ງເປັນ 3 ຂັ້ນຕອນ. ສິ້ນສຸດແຕ່ລະຂັ້ນຕອນ ຈະຈັດຕັ້ງການສະຫຼຸບ, ນັບບັດ, ຕີລາຄາຄືນບັນດາວຽກງານທີ່ໄດ້ປະຕິບັດ, ຖອດຖອນບົດຮຽນເພື່ອສືບຕໍ່ຜັນຂະຫຍາຍຂັ້ນຕອນຕໍ່ໄປ. ນີ້ແມ່ນວິທີເຮັດທີ່ມີຫົວຄິດປະດິດສ້າງ, ອາດຈະເຜີຍແຜ່ ແລະ ຂະຫຍາຍອອກສູ່ວົງກວ້າງ. ຫົວຄິດປະດິດສ້າງທີ 2 ແມ່ນ ມີໄຫວພິບໃນການຝຶກອົບຮົມວິຊາສະເພາະໃຫ້ຂັ້ນຕ່າງໆ ແລະ ທີ 3 ແມ່ນ ມີລັກສະນະປະຊາທິປະໄຕ, ມີເງື່ອນໄຂເພື່ອຄັດເລືອກ, ເລືອກເຟັ້ນຜູ້ອອກສະໝັກເລືອກຕັ້ງທີ່ມີຄຸນນະພາບດີທີ່ສຸດ, ຮັບປະກັນການນຳພາຂອງອົງການຈັດຕັ້ງພັກ ແຕ່ຍັງສາມາດສ້າງໄດ້ຄວາມເຫັນດີເຫັນພ້ອມ”.
        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ເນັ້ນໜັກວ່າ ແຂວງ ກວ໋າງນິງ ຄວນສືບຕໍ່ຊາບຊືມຄຳຮຽກຮ້ອງຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆ ອາຍຸການ 2021 – 2026 ເພື່ອເລືອກເອົາຜູ້ອອກສະໝັກເລືອກຕັ້ງທີ່ເໝາະສົມທີ່ສຸດ; ເສີມຂະຫຍາຍໄດ້ສິດເປັນເຈົ້າຂອງປະຊາຊົນ, ເປີດເຜີຍ, ໂປ່ງໃສ, ຮັບປະກັນຄວາມປອດໄພ ເພື່ອໃຫ້ວັນເລືອກຕັ້ງກາຍເປັນວັນບຸນຂອງທົ່ວປວງຊົນ.
(ແຫຼ່ງຄັດຈາກ VOV)

ນຳ​ເຂົ້າ​ເຄື່ອນ​ໄຫວ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ 2 ຂັ້ນ ຢ່າງ​ລຸ​ລ່ວງ, ມີ​ປະ​ສິດ​ທິ​ຜົນ, ບໍ່​ຖືກ​ຂາດ​ວັກ​ຂາດ​ຕອນ

ນຳ​ເຂົ້າ​ເຄື່ອນ​ໄຫວ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ 2 ຂັ້ນ ຢ່າງ​ລຸ​ລ່ວງ, ມີ​ປະ​ສິດ​ທິ​ຜົນ, ບໍ່​ຖືກ​ຂາດ​ວັກ​ຂາດ​ຕອນ

ນັບແຕ່ວັນທີ 01 ກໍລະກົດ, ຫວຽດນາມ ໄດ້ຈັດຕັ້ງຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ (ລວມມີແຂວງ ແລະ ຕາແສງ) ຢ່າງເປັນທາງການ. ຕາມນັ້ນແລ້ວ, ທົ່ວປະເທດມີ 34 ແຂວງ, ນະຄອນ ແລະ 3.321 ຫົວໜ່ວຍບໍລິຫານຂັ້ນຕາແສງ ດ້ວຍຈຳນວນພະນັກງານ, ລັດຖະກອນເກືອບ 1,5 ລ້ານຄົນ.

Top