• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບປະທານສະພາສູງອິນໂດເນເຊຍ

      ຄວາມສາມາດບົມຊ້ອນຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງຫວຽດນາມ - ອິນໂດເນເຊຍ ຍັງໃຫຍ່ຫຼວງຢູ່. ນັ້ນແມ່ນຄຳຢືນຢັນຂອງທ່ານປະທານປະເທດ ເຈີ່ນດ້າຍວາງ ທີ່ການຕ້ອນຮັບທ່ານ Oesman Sapta Odang, ປະທານສະພາຜູ້ແທນທ້ອງຖິ່ນອິນໂດເນເຊຍ, ໃນຕອນບ່າຍວັນທີ 18 ມັງກອນ, ຢູ່ສຳນັກງານປະທານປະເທດ.

(ທ່ານປະທານປະເທດເຈີ່ນດ້າຍກວາງຕ້ອນຮັບປະທານສະພາສູງອິນໂດເນເຊຍ)
      ທ່ານປະທານປະເທດສະເໜີໃຫ້ 2 ຝ່າຍລົງນາມໃນຂໍ້ຕົກລົງຮ່ວມມືດ້ານເສດຖະກິດການຄ້າລະຫວ່າງກະຊວງອຸດສາຫະກຳການຄ້າ 2 ປະເທດ, ຂໍ້ຕົກລົງຮ່ວມມືລະຫວ່າງອົງການຄຸ້ມຄອງໃນຂົງເຂດອາລັກຂາການຄ້າ, ຂໍ້ຕົກລົງກ່ຽວກັບການຮ່ວມມືດ້ານສິນໃນນ້ຳ ແລະ ອາຊີບຫາປາ…
        ແລະກໍ່ໃນຕອນບ່າຍວັນດຽວກັນ, ພາຍຫຼັງການພົບປະກັບທ່ານປະທານປະເທດ ເຈີ່ນດ້າຍກວາງ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ Oesman Sapta Odang ຕາມພິທີການທູດ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ​ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ຫັນ​ເປັນ​ດີ​ຈີ​ຕອນ ແລະ ແຜນ​ຮ່າງ 06

ນາ​ຍົກ​ລັດ​ຖະ​ມົນ​ຕີ​ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ຫັນ​ເປັນ​ດີ​ຈີ​ຕອນ ແລະ ແຜນ​ຮ່າງ 06

ຕອນບ່າຍວັນທີ 28 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳຂອງລັດຖະບານກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ແຜນຮ່າງ 06, ໄດ້ເປັນປະທານກອງປະຊຸມຄັ້ງທີ 2 ປີ 2026 ຂອງຄະນະຊີ້ນຳ. ວາລະປະຊຸມຖືກຈັດຂຶ້ນຕາມຮູບແບບເຊິ່ງໜ້າຢູ່ສຳນັກງານລັດຖະບານຢູ່ ຮ່າໂນ້ຍ, ສົມທົບກັບທາງໄກ ກັບຄະນະຊີ້ນຳຂອງບັນດາແຂວງ, ນະຄອນ.

Top