• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ: ກູຈີ ຕ້ອງສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນ, ວິສາຫະກິດ ແລະ ເອົາໃຈໃສ່ເຖິງການພັດທະນາການສຶກສາ

ຕອນເຊົ້າວັນທີ 12 ເມສາ, ຢູ່ ເມືອງ ກູ໋ຈີ, ນະຄອນໂຮ່ຈີມີນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມອບຫຼຽນໄຊແຮງງານຊັ້ນ 3 ໃຫ້ແກ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນເມືອງ ກູ໋ຈີ ຍ້ອນມີຜົນງານດີເດັ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີ (ພາບ: VOV)  

 ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະເໜີເມືອງ ກູ໋ຈີ ປະຕິບັດເປົ້າໝາຍຄວບຄູ່ທັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເປັນຢ່າງດີ, ທັງຍູ້ແຮງການພັດທະນາເສດຖະກິດສັງຄົມຢ່າງມີປະສິດທິຜົນ. ໃນນັ້ນ, ເອົາໃຈໃສ່ເຖິງການພັດທະນາເສດຖະກິດເພື່ອໃຫ້ປະຊາຊົນມີລາຍຮັບທີ່ດີກວ່າ. ທາງເມືອງຕ້ອງຍົກສູງປະສິດທິພາບ, ປະສິດທິຜົນໃນການເຄື່ອນໄຫວຂອງກົງຈັກບໍລິຫານ, ຄຸນນະພາບການບໍລິການສາທາລະນະນະ, ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ; ເອົາໃຈໃສ່ເຖິງການພັດທະນາຂະແໜງສຶກສາ, ເພື່ອໃຫ້ປະຊາຊົນ ກູ໋ຈີ ເປັນເຈົ້າຂອງການພັດທະນາຂອງເມືອງ ຜ່ານວຽກງານສົ່ງເສີມການຮຽນ, ສົ່ງເສີມຜູ້ມີຄວາມເກັ່ງກ້າສາມາດ. ພັດທະນາເສດຖະກິດຕິດພັນກັບການອະນຸລັກຮັກສາວັດທະນະທຳຂອງທ້ອງຖິ່ນ ກູ໋ຈີ ດ້ວຍຄວາມເປັນເອກະລັກສະເພາະ. ສືບຕໍ່ປະຕິບັດວຽກງານຕອບບຸນແທນຄຸນ, ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ.

ທີ່ພິທີທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມອບຂອງຂວັນໃຫ້ແກ່ບາງຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນເມືອງ ກູ໋ຈີ.

  ທ່ານປະທານປະເທດ ຫງວຽນຊວນຟຸກ ຮັບຟັງຄຳແນະນຳກ່ຽວກັບແຜນຜັງນະຄອນໂຮ່ຈິມິນ ແລະ ບັນດາເຂດອ້ອມຂ້າງ  

 ໃນຕອນບ່າຍວັນທີ 12 ເມສາ, ກ່າວຄຳເຫັນທີ່ກອງປະຊຸມສົ່ງເສີມການລົງທຶນຢູ່ 2 ເມືອງ ຮອກມົນ ແລະ ກູຈີ ທີ່ນະຄອນໂຮ່ຈີມິນ ໃນປີ 2022 , ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ ການລົງທຶນຢູ່ 2 ເມືອງຄື: ຮອກມົນ ແລະ ກູຈີ ແມ່ນມີຄວາມສໍາຄັນທີ່ຍິ່ງໃຫຍ່, ສະແດງໃຫ້ເຫັນຄວາມກະຕືລືລົ້ນຂອງນັກລົງທຶນ. ຍິນດີຕ້ອນຮັບ ແລະ ຊົມເຊີຍບັນດາວິສາຫະກິດທີ່ໃຫ້ຄຳໝັ້ນສັນຍາລົງທຶນດ້ວຍ ຫຼາຍໂຄງການຢູ່ເມືອງຮອກມົນ ແລະ ກູຈີ, ໃນນັ້ນມີບັນດາໂຄງການໃຫຍ່ມຸ່ງໄປເຖິງປະຊາຊົນ, ທ່ານປະທານປະເທດ ຫງວຽນຊວນຟຸກ ຮຽກຮ້ອງບັນດານັກລົງທຶນປະຕິບັດໂຄງການຢ່າງວ່ອງໄວ. ທ່ານກ່າວວ່າ :

ການພັດທະນາຂອງ ເມືອງຮອກມົນ ແລະ ກູຈີ ຕ້ອງໄດ້ຮັບການຫຼໍ່ຫຼອມຈາກບັນດາຜົນສຳເລັດ ແລະ ຄວາມລົ້ມເຫຼວໃນຂະບວນການພັດທະນາຕົວເມືອງ, ຂະບວນການຫັນເປັນອຸດສາຫະກຳ, ພັດທະນາຢ່າງກົມກຽວ ແລະ ຍືນຍົງຂອງບັນດາຂະແໜງການ ແລະ ຂົງເຂດຂອງນະຄອນ ໂຮ່ຈີມິນ, ຂອງ ພາກໃຕ້ແລະທົ່ວປະເທດ. ສະນັ້ນ, ຕ້ອງໄດ້ຮັບຟັງຄຳຄິດເຫັນປະກອບຈາກບັນດານັກຊ່ຽວຊານ, ນັກວິທະຍາສາດ ແລະ ນັກຄຸ້ມຄອງທັງຢູ່ພາຍໃນ ແລະ ຕ່າງປະເທດ. ພວກຂ້າພະເຈົ້າປາດຖະໜາຢາກດຶງດູດຄົນຮັ່ງມີ, ຜູ້ເກັ່ງກ້າສາມາດເຂົ້າມາເຄື່ອນໄຫວຢູ່ ກູຈີ, ຮອກມົນ , ສ້າງບັນດາວຽກເຮັດງານທຳ, ສ້າງລາຍຮັບເຂົ້ມງົບປະມານແບບຍືນຍົງ...”

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top