• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມເຈລະຈາກັບຜູ້ອຳນວຍການໃຫຍ່ອົງການ UNESCO

      ໂດຍໄດ້ຮັບຄຳເຊີນຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານນາງ Irina Bokova, ຜູ້ອຳນວຍການໃຫຍ່ອົງການສຶກສາວິທະຍາສາດ ແລະ ວັດທະນະທຳສປຊ (UNESCO) ໄດ້ມາເຖິງຮ່າໂນ້ຍ

(ທ່ານປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ເລຮ່ວາຍຈຸງ, ຮອງລັດຖະມົນຕີການຕ່າງປະເທດ
ໄດ້ມີການເຈລະຈາກັບທ່ານນາງ Irina Bokova)
      ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ໃນລະຫວ່າງວັນທີ 24 – 27 ສິງຫາ. ຕອນບ່າຍວັນທີ 24 ສິງຫາ, ຢູ່ຮ່າໂນ້ຍ, ທ່ານປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ເລຮ່ວາຍຈຸງ, ຮອງລັດຖະມົນຕີການຕ່າງປະເທດ ໄດ້ມີການເຈລະຈາກັບທ່ານນາງ Irina Bokova. ນະທີ່ນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ເລຮ່ວາຍຈຸງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງ UNESCO ໃນການປະຕິບັດບັນດາຄາດໝາຍພັດທະນາແບບຍືນຍົງຮອດປີ 2030 ຂອງສະຫະປະຊາຊາດ ແລະ ປາດຖະໜາວ່າ, ຫວຽດນາມ ແລະ UNESCO ອາດຈະເພີ່ມທະວີການຮ່ວມມືກວ່າອີກ, ພ້ອມກັນແບ່ງປັນບັນດາແນວຄວາມຄິດ ແລະ ບົດຮຽນຂອງແຕ່ລະຝ່າຍ, ເພື່ອຮັບໃຊ້ການພັດທະນາເສດຖະກິດ, ສັງຄົມແບບຍືນຍົງ.
        ສ່ວນທ່ານນາງ Irina Bokova, ຜູ້ອຳນວຍການໃຫຍ່ UNESCO ໄດ້ຕີລາຄາສູງເລື່ອງຫວຽດນາມ ເປັນຂົວຕໍ່ຊຸກຍູ້ການພົວພັນລະຫວ່າງອາຊຽນ ແລະ UNESCO, ໂດຍສະເພາະໃນສະພາບສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອົງການອາຊຽນ.  
(ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top