• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານຄະນະກຳມະການສູນກາງແນວລາວ ສ້າງຊາດ ຢ້ຽມຢາມແຂວງ ຮ່ວາບິ່ງ

ທ່ານ ໄຊສົມພອນ ພົມວິຫານ ໄດ້ອວຍພອນໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງ ຮ່ວາບິ່ງ ທີ່ຍາດໄດ້ຜົນງານຫຼາຍຢ່າງໃນການພັດທະນາເສດຖະກິດ - ສັງຄົມ, ພິເສດແມ່ນການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ


ທ່ານ ບຸ່ຍວັນຕີ໋ງ, ເລຂາຄະນະພັກແຂວງ ຮ່ວາບິ່ງ  ໄດ້ມອບຂອງຂວັນໃຫ້ຄະນະ

(ພາບ: Nhan Sinh/TTXVN)

ວັນທີ 13 ເມສາ, ຄະນະຜູ້ແທນຂັ້ນສູງຂອງຄະນະກຳມະການສູນກາງແນວລາວສ້າງຊາດ ໂດຍທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມແຂວງ ຮ່ວາບິ່ງ. ທ່ານ ບຸ່ຍວັນຕີ໋ງ, ເລຂາຄະນະພັກແຂວງ ຮ່ວາບິ່ງ ໄດ້ຕາງໜ້າໃຫ້ການນຳ ແລະ ປະຊາຊົນບັນດາເຜົ່າໃນແຂວງ ຮ່ວາບິ່ງ ຕ້ອນຮັບຄະນະ, ແບ່ງປັນນ້ຳໃຈບໍລິສຸດຜຸດຜ່ອງ, ສະໜິດຕິດພັນລະຫວ່າງ 2  ປະເທດ, ລະຫວ່າງແນວໂຮມປະເທດຊາດ ຫວຽດນາມ ແລະ ແນວລາວສ້າງຊາດ.

        ທ່ານ ໄຊສົມພອນ ພົມວິຫານ ໄດ້ອວຍພອນໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງ ຮ່ວາບິ່ງ ທີ່ຍາດໄດ້ຜົນງານຫຼາຍຢ່າງໃນການພັດທະນາເສດຖະກິດ - ສັງຄົມ, ພິເສດແມ່ນການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ພໍ່ແມ່ປະຊາຊົນຊາດຊົນເຜົ່າສ່ວນໜ້ອຍ, ເຂດປະສົບກັບຄວາມຫຍຸ້ງຍາກ. ທ່ານ ໄຊສົມພອນ ພົມວິຫານ ກໍ່ຖືວ່າ: ໃນໄລຍະຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ ແລະ ຈັກກະພັດ ອາເມລິກາ ໃນເມື່ອກ່ອນ, ປະຊາຊົນບັນດາເຜົ່າແຂວງ ຮ່ວາບິ່ງ ໄດ້ອຸ້ມສູ່ຊ່ວຍເຫຼືອການປະຕິວັດ ລາວ, ຈັດແຈງສະຖານທີ່ເພື່ອຈັດຕັ້ງກອງປະຊຸມກຽມຂອງພັກປະຊາຊົນປະຕິວັດລາວ ຄັ້ງທີ II ແລະ ຮາກຖານວິທະຍຸກະຈາຍສຽງ ປະເທດລາວ. ນັ້ນແມ່ນເຂດປູຊະນີຍະສະຖານປະຫວັດສາດອັນລ້ຳຄ່າທີ່ໄດ້ຮັບການປົກປັກຮັກສາ, ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈໃຫ້ແກ່ລຸ້ນຕ່າງໆຂອງ 2 ປະເທດໃນປະຈຸບັນ ແລະ ອະນາຄົດ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ກຳ​ປູ​ເຈຍ ຮັກ​ສາ​ປະ​ສ​ິດ​ທິ​ຜົນ​ບັນ​ດາ​ກົ​ນ​ໄກ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ ກຳ​ປູ​ເຈຍ ຮັກ​ສາ​ປະ​ສ​ິດ​ທິ​ຜົນ​ບັນ​ດາ​ກົ​ນ​ໄກ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

ທ່ານ​ພົນ​ເອກ ຟານ​ວັນ​ຢາງ ສະ​ເໜີ​ສອງ​ຝ່າຍ​ຮັກ​ສາ​ປະ​ສິດ​ທິ​ຜົນ​ຂອງ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ ແລະ ບັນ​ດາ​ກົນ​ໄກ​ຮ່ວມ​ມື​ຄື: ການ​ພົບ​ປະ​ປະ​ຈຳ​ປີ​ລະ​ຫວ່າງ​ລັດ​ຖະ​ມົ​ນ​ຕີ​ສາມ​ປະ​ເທດ ຫວຽດ​ນາມ - ກຳ​ປູ​ເຈຍ - ລາວ, ການ​ຊ້ອມ​ຮົບ​ຮ່ວມ​​ກູ້​ໄພ​ກູ້​ຊີບ ລະ​ຫວ່າງກອງ​ທັບ​ສາມ​ປະ​ເທດ

Top