ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ຕອນເຊົ້າວັນທີ 23 ພຶດສະພາ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບການຕີລາຄາເພີ່ມເຕີມໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ, ງົມປະມານແຫ່ງລັດປີ 2024; ສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2025.
ເມື່ອປຶກຫາລືຢູ່ໜ່ວຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ, ເພື່ອບັນລຸໄດ້ເປົ້າໝາຍເຕີບໂຕ 8% ໃນປີ 2025 ແລະ 2 ຕົວເລກໃນອະນາຄົດ, ກາຍເປັນປະເທດພັດທະນາ ມີລາຍຮັບສູງໃນປີ 2025, ຕ້ອງສຸມໃສ່ 3 ຂອດບຸກທະລຸຍຸດທະສາດ, ລວມມີ: ບຸກທະລຸດ້ານລະບອບລະບຽບການ, ບຸກທະລຸກ່ຽວກັບພື້ນຖານໂຄງລ່າງ ແລະ ບຸກທະລຸກ່ຽວກັບແຫຼ່ງຊັບພະຍາກອນມະນຸດ.
“ຂອດບຸກທະລຸທີໜຶ່ງແມ່ນກ່ຽວກັບລະບອບລະບຽບການ, ແມ່ນຈຸດອຸດຕັນຂອງການອຸດຕັນ. ພວກເຮົາຕັດສິນໃຈວ່າ ໃນມະຕິເລກທີ 66 ແກ້ໄຂບັນດາຈຸດອຸດຕັນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມໃຫ້ສຳເລັດໃນປີນີ້. ນີ້ແມ່ນຄວາມຕັດສິນໃຈຢ່າງສູງ. ລະບອບລະບຽບການແມ່ນກຳລັງໜູນ, ແມ່ນແຫຼ່ງກຳລັງໃຫ້ແກ່ການພັດທະນາ, ແກ້ໄຂຈຸດອຸດຕັນ. ສະນັ້ນ, ສະພາແຫ່ງຊາດຕ້ອງສະໜັບສະໜູນການປະຕິຮູບດ້ານລະບອບລະບຽບການນີ້ຢ່າງແຮງ”.
ເຂົ້າຮ່ວມປະກອບຄຳເຫັນເມື່ອປຶກສາຫາລືຢູ່ໜ່ວຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ສະເໜີວ່າ, ໃນໄລຍະຈະມາເຖິງ ລັດຖະບານຕ້ອງເພີ່ມທະວີການລົງທຶນສາທາລະນະ; ຊຸກຍູ້ວິທະຍາສາດ, ນະວັດຕະກຳ, ຫັນເປັນດີຈີຕອນ; ເພີ່ມທະວີການສົ່ງອອກ, ເປີດກວ້າງຕະຫຼາດອອກສູ່ຫຼາຍປະເທດ; ສືບຕໍ່ປົວແປງການໜູນຊ່ວຍສັງຄົມ…
ຕອນບ່າຍວັນທີ 23 ພຶດສະພາ, ຢູ່ ຮ່າໂນ້ຍ, ສະພາແຫ່ງຊາດປືກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມ 7 ສະບັບ, ກ່ຽວຂ້ອງເຖິງການປະມູນ ແລະ ການລົງທຶນ, ໃນນັ້ນ, ມີກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການປະມູນ; ກົດໝາຍວ່າດ້ວຍການລົງທຶນຕາມຮູບແບບພາກລັດ - ເອກະຊົນ; ກົດໝາຍວ່າດ້ວຍການລົງທຶນ; ກົດໝາຍວ່າດ້ວຍການລົງທຶນສາທາລະນະ; ກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ສັບສິນສ່ວນລວມ.