• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຕິກິລິຍາຂອງຫວຽດນາມຕໍ່ເລື່ອງຈີນຈັດຕັ້ງການເຄື່ອນໄຫວສະເຫລີມສະຫລອງ6ປີແຫ່ງວັນສ້າງຕັ້ງ “ນະຄອນຕາມຊາ”

      ວັນທີ 10 ສິງຫາ ປີ 2018 ເມື່ອຕອບຄຳຖາມຂອງນັກຂ່າວສະເຫນີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມຕໍ່ຫນ້າເລື່ອງ ຫວ່າງແລ້ວນີ້ ຈີນ ໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆເພື່ອສະເຫລີມສະຫລອງ 6 ປີແຫ່ງວັນສ້າງຕັ້ງອັນທີ່ເອີ້ນວ່າ “ນະຄອນຕາມຊາ”, 

ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງເລທິທູຮັ່ງ 
      ຕິດຕັ້ງແລະນຳເຂົ້າໃຊ້ການເຄື່ອງວັດແທກຄື້ນທະເລຢູ່ ຟູເລີມ, ໝູ່ເກາະຮ່ວາງຊາ ຂອງຫວຽດນາມ, ຊ່ອງໂທລະພາບອະນຸຊົນສູນກາງຈີນຈັດຕັ້ງລາຍການໂທລະພາບໃຫ້ເດັກນ້ອຍຢູ່ ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ, ມະຫາວິທະຍາໄລຈີນ ປະຕິບັດບັນດາການໄປສຳຫລວດວິທະຍາສາດສັງລວມຢູ່ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ…. ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ຊີ້ແຈ້ງວ່າ:
“ຫວຽດນາມ ມີພະຍານຫລັກຖານດ້ານນິຕິກຳ ແລະ ປະຫວັດສາດຢ່າງພຽງພໍເພື່ອຢັ້ງຢືນອະທິປະໄຕຂອງຫວຽດນາມ ສຳລັບສອງໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ແມ່ນສອດຄອ່ງກັບກົດໝາຍສາກົນ. ບັນດາການກະທຳດັ່ງກ່າວຂອງຈີນ ບໍ່ພຽງແຕ່ລະເມີດອະທິປະໄຕຂອງຫວຽດນາມ ສຳລັບ ສອງໝູ່ເກາະດັ່ງກ່າວເທົ່ານັ້ນ ຫາກຍັງໄປຝືນກັບຂໍ້ຕົກລົງກ່ຽວກັບບັນດາຫລັກການພື້ນຖານໃນການຊີ້ນຳແກ້ໄຂບັນຫາທະເລລະຫວ່າງສອງປະເທດ, ບໍ່ສອດຄອ່ງກັບຄວາມຮັບຮູ້ລວມທີ່ສຳຄັນຂອງການນຳຂັ້ນສູງສອງປະເທດ, ໄປຝືນກັບເນື້ອໃຈຈິດໃຈຂອງຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ບໍ່ມີຜົນປະໂຫຍດໃຫ້ແກ່ວິວັດການເຈລະຈາລະຫວ່າງ ອາຊຽນ ແລະ ຈີນ ກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ກໍຄືເລື່ອງຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ທະເລຕະເວັນອອກ ແລະ ພາກພື້ນ.”
ຫວຽດນາມ ເດັດດ່ຽວຄັດຄ້ານ, ຮຽກຮ້ອງຈີນ ຈົ່ງຢຸດຕິບັນດາການເຄື່ອນໄຫວດັ່ງກ່າວຢ່າງທັນທີ, ເຄົາລົບອະທິປະໄຕຂອງຫວຽດນາມ ສຳລັບສອງໝູ່ເກາະດັ່ງກ່າວ.
ຜູ້ຕາງຫນ້າກະຊວງການຕ່າງປະເທດຫວຽດນາມ ໄດ້ມາພົບປະກັບຜູ້ຕາງຫນ້າສະຖານທູດຈີນປະຈຳຫວຽດນາມ ເພື່ອປຶກສາຫາລືກ່ຽວກັບບັນຫາດັ່ງກ່າວ. 
 (ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບການນຳຫຼາຍປະເທດຢູ່ ລັດເຊຍ

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບການນຳຫຼາຍປະເທດຢູ່ ລັດເຊຍ

ໃນໂອກາດວັນໄຊຊະນະ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ພົບປະ 2 ຝ່າຍກັບການນຳ ຈີນ, ກຸຍບາ, ຢູເບກິດສະຖານ.

Top