• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຊົນ​ບໍ່​ຄວນ​ອອກ​ໄປຂ້າງ​ນອກ ​ເວັ້ນ​ເສຍ​ແຕ່​ກໍລະນີ​ຈໍາ​ເປັນ

ຕອນເຊົ້າວັນທີ 26 ມີນາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມອອນລາຍຂອງຄະນະປະຈໍາລັດຖະບານກ່ຽວກັບວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19. 

ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກ (ພາບ: VGP)

ນະທີ່ນີ້, ທ່ານໃຫ້ຮູ້ວ່າ ລັດຖະບານໄດ້ມອບໃຫ້ກະຊວງຍຸຕິທໍາຫວຽດນາມຮຽບຮຽງບາງແຜນນະໂຍບາຍ, ມາດຕະການໃນຈຸດເວລານີ້ ເພື່ອເປັນເຈົ້າການຮັບມືກັບໂລກລະບາດໂຄວິດ- 19. ພ້ອມທັງຊີ້ແຈ້ງວ່າອໍານາດການປົກຄອງ, ຂະແໜງການທຸກຂັ້ນ ໂດຍສະເພາະແມ່ນບັນດາທ້ອງຖິ່ນຕ້ອງເພີ່ມຄວາມໄວໃນການຜັນຂະຫຍາຍບັນດາໜ້າທີ່ປ້ອງກັນ, ສະກັດກັ້ນໂລກລະບາດດ້ວຍຈິດໃຈກວດພົບໄວ, ແຍກຕົວທັນການ, ຈໍາກັດບໍລິເວນ ແລະ ດູແລຮັກສາສຸຂະພາບຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກ ເນັ້ນໜັກວ່ານີ້ແມ່ນເປົ້າໝາຍສໍາຄັນຍິ່ງ ແລະໄດ້ໃຫ້ບຸລິມະສິດແຖວໜ້າໃນປັດຈຸບັນ.

        “ພວກເຮົາມີສອງອາທິດເພື່ອມີການກະທໍາ ແລະ ໄວຣັດຈະແຜ່ລະບາດໄວກວ່່າການເຄື່ອນໄຫວຂອງພວກເຮົາ ຖ້າຫາກວ່າພວກເຮົາບໍ່ມີມາດຕະການປ້ອງກັນ ແລະສະກັດກັ້ນຢ່າງທັນການ ແລະຂ້ຽວຂາດເພາະສະນັ້ນຢ່າງໜ້ອຍສຸດ ພາຍໃນສອງອາທິດນີ້ຮຽກຮ້ອງໃຫ້ຜູ້ນໍາໜ້າອໍານາດການປົກຄອງທຸກຂັ້ນຢຸດຕິທຸກການເຄື່ອນໄຫວປະຊຸມບັນດາເຫດການໂຮມຊຸມນຸມກາຍ 20 ຄົນຂຶ້ນໄປລັດຖະບານຈະປັບໄໝລົງໂທດຢ່າງເຂັ້ມງວດຕໍ່ອໍານາດການປົກຄອງທ້ອງຖິ່ນໃດທີ່ປະໃຫ້ເກີດມີການໂຮມຊຸມນຸມກາຍ 20 ຄົນຮຽກຮ້ອງໃຫ້ປິດປະຕູບັນດາການບໍລິການທີ່ບໍ່ຈໍາເປັນຄືຮ້ານ bar, ສະຖານທີ່ທ່ອງທ່ຽວໂຮງສາຍຮູບເງົາຮ້ານອາຫານ...”.

        ສະເພາະຢູ່ຮ່່າໂນ້ຍ, ນະຄອນໂຮ່ຈີມິນ, ຫ໋າຍຟ່ອງ, ເກິ່ນເທີ, ດ່າໜັງ, ທ່ານນາຍົກລັດຖະມົນຕີຊີ້ນໍາວ່າຕ້ອງປະຕິບັດການປິດປະຕູສະຖານທີ່ການບໍລິການທັງໝົດ, ເວັ້ນເສຍແຕ່ການບໍລິການສະໜອງສະບຽງອາຫານ, ຜະລິດຕະພັນການຢາ, ສະຖານທີ່ການກວດສຸຂະພາບ ແລະຢຸດຕິ ຫຼືຫຼຸດຜ່ອນຈໍານວນຖ້ຽວລົດແລ່ນສາທາລະນະ; ຄຸ້ມຄອງຊາຍແດນທາງບົກ, ທາງອາກາດ, ທາງນໍ້າໃຫ້ເຂັ້ມງວດ. ປະຊາຊົນຄວນຈໍາກັດການອອກໄປຂ້າງນອກ ແລະຫັນປ່ຽນຮູບແບບການເຮັດວຽກໄປເປັນການເຮັດວຽກທາງອອນລາຍຫຼືຮູບແບບອື່ນໆ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ.

(ແຫຼ່ງຄັດຈາກ VOV)

ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ ຫວຽດ​ນາມ ເຕີບໃຫຍ່​ເຂັ້ມ​ແຂງ, ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ປະ​ເທດ​ຊາດ

ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ ຫວຽດ​ນາມ ເຕີບໃຫຍ່​ເຂັ້ມ​ແຂງ, ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງ​ຂອງ​ປະ​ເທດ​ຊາດ

ມື້ນີ້ສະເຫຼີມສະຫຼອງ 138 ປີແຫ່ງວັນແຮງງານສາກົນ (01/05/1886- 01/05/2024)., ປັດຈຸບັນ ຢູ່ ຫວຽດນາມຊົນຊັ້ນກຳມະກອນ ກວມເອົາກ່ວາ 14% ປະຊາກອນ, ສວມບົດບາດແມ່ນກຳລັງນຳໜ້າໃນພາລະກິດແຫ່ງການຫັນປະເທດຊາດເປັນອຸດສາຫະກຳ, ເປັນທັນສະໄໝ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ກຳນົດເປົ້າໝາຍຍົກສູງຄຸນທາດການເມືອງ, ລະດັບຄວາມຮູ້, ທັກສະອາຊີບ, ສ້າງຊົນຊັ້ນກຳມະກອນ ຫວຽດນາມ ນັບມື້ນັບທັນສະໄໝ, ເຕີບໃຫຍ່ເຂັ້ມແຂງ.

Top