• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຊົນໃນທົ່ວປະເທດຕ້ອນຮັບບຸນເຕັດປີສະຫຼູ 2021 ໃນເງື່ອນໄຂ “ສະພາບການປົກກະຕິໃໝ່”

ຮ່າໂນ້ຍ, ເພື່ອຮັບປະກັນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ -19 ໃນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ປີ 2021 ໄດ້ຍິງບັ້ງໄຟດອກຢູ່ສະຖານທີ່ແຫ່ງໜຶ່ງເທົ່ານັ້ນ ເພື່ອຖ່າຍຖອດສົດຮັບໃຊ້ປະຊາຊົນຮັບຊົມຜ່ານໂທລະທັດ.
ຮ່າໂນ້ຍ ໄດ້ຍິງບັ້ງໄຟດອກຢູ່ສະຖານທີ່ແຫ່ງໜຶ່ງ. (ພາບ: sggp.org.vn)

ໃນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ປີ 2021 (ຄ່ຳຄືນວັນທີ 11 ກຸມພາ), ຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດຫວຽດນາມ ໄດ້ຢຸດຕິການຍິງບັ້ງໄຟດອກຕ້ອນຮັບບຸນເຕັດ, ບັນດາງານບຸນເຕົ້າໂຮມຫລາຍຄົນ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. ປະຊາຊົນຕ້ອນຮັບປີໃໝ່ ປີສະຫຼູ 2021 ໃນເງື່ອນໄຂ “ສະພາບການໃໝ່”.

ຢູ່ຮ່າໂນ້ຍ, ເພື່ອຮັບປະກັນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ -19 ໃນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ປີ 2021 ໄດ້ຍິງບັ້ງໄຟດອກຢູ່ສະຖານທີ່ແຫ່ງໜຶ່ງເທົ່ານັ້ນ ເພື່ອຖ່າຍຖອດສົດຮັບໃຊ້ປະຊາຊົນຮັບຊົມຜ່ານໂທລະທັດ.

ໃນຂະນະນັ້ນ, ປະຊາຊົນນະຄອນໂຮ່ຈີມິນ ໄດ້ຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ ໃນເງື່ອນໄຂແຕກຕ່າງທີ່ສຸດໃນຫຼາຍທົດສະວັດຜ່ານມາ. ບໍ່ຍິງບັ້ງໄຟດອກ, ບັນດາເຂດລະຫຼິ້ນທີ່ຟົດຟື້ນກໍ່ຖືກປິດປະຕູ.

   ໂດຍກໍ່ຄ້າຍຄືກັນຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ, ນະຄອນດ່ານັ້ງ ກໍ່ບໍ່ຍິງບັ້ງໄຟດອກໃນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ ເພື່ອຈຳກັດການເຕົ້າໂຮມຫຼາຍຄົນ, ຮັບປະກັນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ເຊັ່ນດຽວກັນ.

    ຢູ່ແຂວງ ເທື່ອທຽນເຫ້ວ, ໃນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ປີນີ້, ມີຄອບຄົວປະຊາຊົນເຜົ່າສ່ວນໜ້ອຍກວ່າ 500 ຄອບຄົວ, ຢູ່ 14 ບ້ານຢູ່ເຂດຫ່າງໄກຊອກຫຼິກຂຶ້ນກັບ 4 ແຂວງເຂກພູດອຍຄື: ບັ໊ກຈ່າມີ, ຕຽນເຟື໊ອກ, ໄຕຢາງ ແລະ ນາມຢາງ, ເປັນຄັ້ງທຳອິດມີໄຟຟ້າຮັບໃຊ້ການດຳລົງຊີວິດ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top