• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຊົນ, ວິສາຫະກິດ 2 ປະເທດຮ່ວມມືຢ່າງມີປະສິດທິຜົນ, ປະກອບສ່ວນນຳການພົວພັນຫວຽດນາມ-ຝລັ່ງ ໃຫ້ນັບມື້ນັບພັດທະນາ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ສະແດງຄວາມປິຕິຊົມຊື່ນຍ້ອນຄວາມສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງບັນດາຜູ້ແທນ ສະແດງໃຫ້ເຫັນການພົວພັນອັນດີງາມໃນການຮ່ວມມືຂອງວິສາຫະກິດ ແລະ ລັດຖະບານ 2 ປະເທດ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ເວທີປາໄສ. (ພາບ: TTXVN)

ຕອນເຊົ້າວັນທີ 04 ພະຈິກ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມສ.ຝລັ່ງ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມ, ກ່າວຄຳເຫັນທີ່ເວທີປາໄສວິສາຫະກິດ ຫວຽດນາມ - ຝລັ່ງ ແລະ ເປັນສັກຂີພິຍານພິທີມອບ-ຮັບຂໍ້ຕົກລົງຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ, ວິສາຫະກິດ ຫວຽດນາມ ກັບຄູ່ຮ່ວມມືສ.ຝລັ່ງ ແລະ ບາງປະເທດ ເອີລົບ.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ສະແດງຄວາມປິຕິຊົມຊື່ນຍ້ອນຄວາມສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງບັນດາຜູ້ແທນ ສະແດງໃຫ້ເຫັນການພົວພັນອັນດີງາມໃນການຮ່ວມມືຂອງວິສາຫະກິດ ແລະ ລັດຖະບານ 2 ປະເທດ, ໃນນັ້ນມີຂໍ້ຕົກລົງຮ່ວມມື 29 ສະບັບທີ່ຫາກໍ່ ລົງນາມ, ໄດ້ຮັບການມອບ-ຮັບ ດ້ວຍມູນຄ່ານັບຕື້ USD. ຂໍ້ຕົກລົງລ້ວນແຕ່ເປັນໜ້າເຊື່ອຖື ແລະ ເປັນໄປໄດ້, ຖືກທິດໃນຫຼາຍຂົງເຂດຄື: ສາທາລະນະສຸກ, ວິທະຍາສາດ, ເຕັກໂນໂລຊີ, ປ່ຽນແປງໃໝ່ປະດິດຄິດສ້າງ…

        ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ບັນດາວິສາຫະກິດ ຈົ່ງສືບຕໍ່ຄົ້ນຄວ້າ, ແລກປ່ຽນເພື່ອໃຫ້ການຮ່ວມມືໃນທຸກຂົງເຂດເລິກເຊິ່ງ, ກວ້າງຂວາງກວ່າ, ໃນນັ້ນມີທັງເລື່ອງ ວິສາຫະກິດ ຫວຽດນາມ ລົງທຶນ ຢູ່ຝລັ່ງ ແລະ ກົງກັນຂ້າມ, ເໝາະສົມກັບຄວາມສາມາດບົ່ມຊ້ອນ, ທ່າແຮງລະຫວ່າງ 2 ປະເທດ.

        ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ພົບປະກັບທ່ານໝໍ, ນັກຊ່ຽວສານດ້ານການແພດຝລັ່ງ- ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫວັງວ່າ, ບັນດາທ່ານໝໍ, ນັກຊ່ຽວຊານດ້ານການແພດ ຝລັ່ງ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອການພົວພັນອັນດີງາມຂອງຂະແໜງສາທາລະນະສຸກ 2 ປະເທດ ໃນໄລຍະຜ່ານມາ, ສືບຕໍ່ໜູນຊ່ວຍ ຫວຽດນາມ ບໍ່ພຽງແຕ່ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນປະຈຸບັນເທົ່ານັ້ນ ຫາກຍັງໜູນຊ່ວຍ ຫວຽດນາມ ໃນທຸກຂົງເຂດຕື່ມອີກ, ໂດຍສະເພາະແມ່ນການແພດປ້ອງກັນ, ການແພດລົງເລິກຂະແໜງ, ພັດທະນາຂະແໜງການຢາ… ເພື່ອເປົ້າໝາຍສືບຕໍ່ນຳເອົາຄວາມຜາສຸກ, ຄວາມອີ່ມໜຳສຳລານມາໃຫ້ປະຊາຊົນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top