• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຄົມຊາວຫວຽດນາມອາໄສຢູ່ປະເທດຕ່າງໆຕ້ອນຮັບບຸນປີໃໝ່ປະຈຳຊາດປີວອກ2016

(ພາບໂດຍ ສະຖານທູດ ຫວຽດນາມ ປະຈຳ ຢູແກຼນ ສະໜອງ)
          ຕອນ​ຄຳ່​ວັນ​ທີ 8/2 (ກົງ​ກັບ​ວັນ​ທີ 1 ບຸນ​ເຕັດ), ສະມາຄົມ​ຊາວ ຫວຽດນາມ ຢູ່ ກີ​ແອບ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ຕ້ອນຮັບ​ບຸນ​ປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016. ທີ່​ພິທີ, ທ່ານ​ເອກ​ອັກ​ຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ ຫວຽດນາມ ປະຈຳ ຢູ​ແກຼນ ​ແລະ ມົນ​ໂດ​ວາ ຫງວຽນ​ມິ​ງຈີ໋ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ນຳ້​ໃຈ​ສາມັກຄີ, ສະໜິດ​ຕິດ​ພັນ ຍາມ​ໃດ​ກໍ່​ອວຍ​ໜ້າ​ເມືອ​ຫາ​ບ້ານ​​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ​ຂອງ​ພໍ່​ແມ່​ປະຊາຊົນ​ຢູ່​ທີ່​ນີ້, ຮັກສາ​ສີສັນ​ວັດທະນະທຳ​ຂອງ​ຊາດ. ທ່ານ​ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ຄຸນຄ່າ​ທີ່​​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ທີ່​ຊາວ ຫວຽດນາມ ຢູ່ ຢູ​ແກຼນ ຍາມ​ໃດ​ກໍ່​ຈົດ​ຈຳ ​ແລະ ຮັກສາ, ຊ່ວຍ​ໃຫ້​ປະຊາ​ຄົມ​ຜ່ານ​ຜ່າ​ທຸກໆ​ຄວາມ​ຫຍຸ້ງ​ຍາກ​ເພື່ອ​ກໍ່ສ້າງ ​ແລະ ປັບປຸງ​ປະຊາ​ຄົມ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ​ເຂັ້ມ​ແຂງ.
        ກໍ່​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະ​ຈຳ​ຊາດ​ປີວ​ອກ 2016, ສະຖານກົງສູນ​ໃຫຍ່ ຫວຽດນາມ ປະ​ຈຳ Perth ກໍ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ຕ້ອນຮັບ​ບຸນ​ເຕັດ​ໃຫ້​ພໍ່​ແມ່​ພີ່ນ້ອງ​ຊາວ ຫວຽດນາມ, ນັກ​ສຶກສາ ຫວຽດນາມ ພວມ​ດຳລົງ​ຊີວິດ, ຮຳ່ຮຽນ​ຢູ່​ລັດ ອົດ​ສະ​ຕາ​ລີ ຕາ​ເວັນ​ຕົກ.
 (​ແຫຼ່ງຄັດ​ຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top