• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ຕອບບຸນແທນຄຸນບັນດານັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ

ທັງພາກເໜືອ, ພາກກາງ ແລະ ພາກໃຕ້ປະເທດ ລາວ ໄດ້ຈັດການເຄື່ອນໄຫວ້ອາໄລຫາ, ຕອບບຸນແທນຄຸນບັນດານັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ - ລາວ.
(ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ ແລະ ຄະນະຜູ້ແທນເຂົ້າຮ່ວມພິທີໄຫວ້ອາໄລ)

ຕາມນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ລາວ, ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2025), ຕອນເຊົ້າວັນທີ 27 ກໍລະກົດ, ຢູ່ທັງພາກເໜືອ, ພາກກາງ ແລະ ພາກໃຕ້ປະເທດ ລາວ ໄດ້ຈັດການເຄື່ອນໄຫວ້ອາໄລຫາ, ຕອບບຸນແທນຄຸນບັນດານັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ - ລາວ.

ຢູ່ແຂວງ ຊຽງຂວາງ, ທາງພາກເໜືອຂອງ ລາວ, ໄດ້ຈັດພິທີສວດມົນພາວະນາອາໄລຫາບັນດາ ນັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ລາວ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ ເນັ້ນໜັກວ່າ, ໃນຕະຫຼອດໄລຍະປະຫວັດສາດແຫ່ງການຕໍ່ສູ້ທີ່ລຳບາກກາກກຳຕ້ານສັດຕູໂຕດຽວ, ພາຍໃຕ້ການຊີ້ນຳຂອງການນຳ 2 ພັກ, ມີທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຫຼາຍຄົນໄດ້ຮຽງບ່າຮຽງໄຫຼ່ພ້ອມກັບການປະຕິວັດຂອງລາວ, ຖືປະຊາຊົນ ລາວ ຄືດັ່ງອ້າຍນ້ອງດຽວກັນ, ພ້ອມກັນແບ່ງທຸກແບ່ງສຸກ, ຕໍ່ສູ້ຢ່າງພິລະອາດຫານ. ກົງກັນຂ້າມ, ທະຫານອາສາສະໝັກ ຫວຽດນາມ ຍາມໃດກໍ່ໄດ້ຮັບການອູມຊູຊ່ວຍເຫຼືອທີ່ເຕັມໄປດ້ວຍນ້ຳໃຈຂອງປະຊາຊົນ ລາວ.

ຢູ່ທາງພາກກາງຂອງ ລາວ, ຄະນະຜູ້ແທນສະຖາກົງສູງ ຫວຽດນາມ ປະຈຳ ສະຫວັນນະເຂດ, ໄດ້ສົມທົບກັບອຳນາດການປົກຄອງເມືອງ ເຊໂປນ ຈັດພິທີຖະຫວາຍທູບທຽນ, ດອກໄມ້ຢູ່ ຫໍພິພິຕະພັນມູນເຊື້ອຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ, ຢູ່ບ້ານ ດົງ ແລະ ເຂດອະນຸສາວະລີ ບັ້ນຮົບ ລາມເຊີນ 719.

ຕອນເຊົ້າວັນດຽວກັນ, ຢູ່ທາງພາກໃຕ້ຂອງ ລາວ, ຄະນະຜູ້ແທນສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ແຂວງ ຈຳປາສັກ, ກໍ່ໄດ້ໄປຖະຫວາຍທູບທຽນຢູ່ເຂດອະນຸສາວະລີຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ ຢູ່ເມືອງ ປາຊ່ອງ, ເປັນແຫ່ງຈົດຈຳນ້ຳໃຈຮ່ວມສຳພັນສູ້ຮົບລະຫວ່າງ 2 ຊາດ.

(ແຫຼ່ງຄັດຈາກ VOV)

ງານຕະຫຼາດນັດການຄ້າ ຫວຽດນາມ - ລາວ 2026 ຈະຈັດຂຶ້ນໃນເດືອນ ກໍລະກົດ

ງານຕະຫຼາດນັດການຄ້າ ຫວຽດນາມ - ລາວ 2026 ຈະຈັດຂຶ້ນໃນເດືອນ ກໍລະກົດ

ແຕ່ວັນທີ 16 – 20 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ລາວ ຈະຈັດງານຕະຫຼາດນັດ ຫວຽດນາມ - ລາວ 2026 (VIETLAO EXPO 2026).

Top