• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະກາດລາງວັນວິທະຍາສາດ ອາຊຽນ - ອາເມລິກາ ສະຫງວນໃຫ້ບັນດານັກວິທະຍາສາດຍິງ

      -  ລາງວັນວິທະຍາສາດ ອາຊຽນ - ອາເມລິກາ ໄດ້ຮັບການສ້າງຂຶ້ນນັບແຕ່ປີ 2014 ເປັນຕົ້ນມາ ເຊິ່ງສະຫງວນໃຫ້ບັນດານັກວິທະຍາສາດຍິງ ເພື່ອແນໃສ່ເຊີດຊູບັນດານັກວິທະຍາສາດຍິງທີ່ມີຄວາມສາມາດບົ່ມຊ້ອນ ຍ້ອນມີຜົນງານໃນການຮ່ຳຮຽນ ແລະ ວິຊາສະເພາະຂອງເຂົາເຈົ້າ.

ທ່ານນາງ ປອ Chan Yoke Fun (ພາບ:  asianscientist.com)
      ວັນທີ 31 ສິງຫາ, ຄະນະກຳມະການວິທະຍາສາດ, ເຕັກໂນໂລຊີ ແລະ ປ່ຽນແປງໃໝ່ ອາຊຽນ (COSTI), ລັດຖະບານ ອາເມລິກາ ໂດຍຜ່ານອົງການພັດທະນາສາກົນ ອາເມລິກາ (USAID) ແລະ ຫ້ອງທົດລອງ Underwriters ໄດ້ປະກາດລາງວັນວິທະຍາສາດ ອາຊຽນ - ອາເມລິກາ ເຊິ່ງສະຫງວນໃຫ້ບັນດານັກວິທະຍາສາດຍິງປີ 2020 ດ້ວຍຫົວຂໍ້ທີ່ວ່າ ເບິ່ງແຍງດູແລສຸຂະພາບໃນທາງປ້ອງກັນ. ທ່ານນາງ ປອ Chan Yoke Fun, ຊາວ ມາເລເຊຍ ໄດ້ຮັບລາງວັນທີໜຶ່ງ ທີ່ມີມູນຄ່າ 20.000 USD, ໃນຂະນະນັ້ນ ທ່ານນາງ ປອ Shefaly Shorey ຊາວ ສິງກະໂປ ກໍ່ໄດ້ຮັບລາງວັນກຽດຕິຍົດທີ່ມີມູນຄ່າ 5.000 USD.
        ລາງວັນວິທະຍາສາດ ອາຊຽນ - ອາເມລິກາ ໄດ້ຮັບການສ້າງຂຶ້ນນັບແຕ່ປີ 2014 ເປັນຕົ້ນມາ ເຊິ່ງສະຫງວນໃຫ້ບັນດານັກວິທະຍາສາດຍິງ ເພື່ອແນໃສ່ເຊີດຊູບັນດານັກວິທະຍາສາດຍິງທີ່ມີຄວາມສາມາດບົ່ມຊ້ອນ ຍ້ອນມີຜົນງານໃນການຮ່ຳຮຽນ ແລະ ວິຊາສະເພາະຂອງເຂົາເຈົ້າ. ລາງວັນວິທະຍາສາດ ອາຊຽນ - ອາເມລິກາ ປີ 2021 ມີຫົວຂໍ້ວ່າ “ອາກາດປອດໃສ ແລະ ນ້ຳສະອາດ”.
(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນຕີ ຫງວຽນວັນຫ່ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.

Top