• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະກາດຜົນການເລືອກຕັ້ງ: ອັດຕາສ່ວນຜູ້ມີສິດເລືອກຕັ້ງເຂົ້າຮ່ວມການປ່ອນບັດສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ

ຕອນບ່າຍວັນທີ 21 ທີນາ, ສະພາເລືອກຕັ້ງແຫ່ງຊາດ ຫວຽດນາມ ໄດ້ຈັດກອງປະຊຸມຖະແຫຼງຂ່າວປະກາດມະຕິຂອງສະພາເລືອກຕັ້ງແຫ່ງຊາດກ່ຽວກັບຜົນການປ່ອນບັດ ແລະ ບັນຊີລາຍຊື່ບັນດາຜູ້ໄດ້ຮັບການເລືອກຕັ້ງເຂົ້າເປັນສະມາຊິກສະພາແຫ່ງຊາດຊຸດທີ 16.
  ທີ່ກອງປະຊຸມຖະແຫຼງຂ່າວ (ພາບ: TTXVN)  

ຕາມສະພາເລືອກຕັ້ງແຫ່ງຊາດແລ້ວ, ຈຳນວນຜູ້ມີສິດໄປປ່ອນບັດເລືອກຕັ້ງທັງໝົດບັນລຸເກືອບ 72 ລ້ານຄົນ, ເທົ່າກັບ 99,7%, ເຊິ່ງແມ່ນອັດຕາສ່ວນສູງສຸດນັບແຕ່ກ່ອນມາຮອດປະຈຸບັນ. ໝາກຜົນດັ່ງກ່າວສະແດງໃຫ້ເຫັນສະຕິດ້ານການເມືອງ, ຈິດໃຈຄວາມຮັບຜິດຊອບ ແລະ ຄວາມເຫັນດີເຫັນພ້ອມສູງຂອງປະຊາຊົນຕໍ່ກັບເຫດການການເມືອງສຳຄັນຂອງປະເທດຊາດ.

ກ່ຽວກັບຜົນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ, ທົ່ວປະເທດໄດ້ເລືອກຕັ້ງຜູ້ແທນຄົບ 500 ທ່ານຈາກຜູ້ສະໝັກຮັບເລືອກຕັ້ງ 863 ທ່ານ. ໃນນັ້ນ, ຜູ້ແທນໂດຍສູນກາງແນະນຳໄດ້ຮັບການເລືອກຕັ້ງແມ່ນ 214 ທ່ານ, ບັນລຸອັດຕາສ່ວນສູງທີ່ສຸດ. ຜູ້ທີ່ເຄີຍເປັນສະມາຊິກສະພາແຫ່ງຊາດລວມມີ 247 ທ່ານ. ພ້ອມກັນນັ້ນ, ໃນຈຳນວນຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ 863 ທ່ານ, ອັດຕາສ່ວນຜູ້ມີລະດັບວິຊາສະເພາະຫຼັງມະຫາ (ສູງກວ່າປະລິນຍາຕີ) ກວມເອົາ 68,63%; ລະດັບມະຫາວິທະຍາໄລ (ປະລິນຍາຕີ) ກວມເອົາ 31,21%; ອັດຕາຜູ້ແທນຍິງບັນລຸປະມານ 30%, ສືບຕໍ່ຮັກສາຢູ່ລະດັບສູງ.

ສະພາເລືອກຕັ້ງແຫ່ງຊາດຕີລາຄາວ່າ ການເລືອກຕັ້ງບັນລຸຜົນສຳເລັດຢ່າງຈົບງາມ, ຮັບປະກັນລັກສະນະປະຊາທິປະໄຕ, ເປີດເຜີຍ, ກະຈ່າງແຈ້ງ, ຖືກຕ້ອງຕາມກົດໝາຍ ແລະ ມີຄວາມປອດໄພເປັນທີ່ສຸດ.

(ແຫຼ່ງຄັດຈາກ VOV)

ກຳນົດລະບົບຄຸນຄ່າວັດທະນະທຳດຳເນີນທຸລະກິດ ຫວຽດນາມ ໃນໄລຍະໃໝ່

ກຳນົດລະບົບຄຸນຄ່າວັດທະນະທຳດຳເນີນທຸລະກິດ ຫວຽດນາມ ໃນໄລຍະໃໝ່

ບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ, ປະຊາຄົມວິສາຫະກິດ ຫວຽດນາມ ຕ້ອງກຳນົດແຈ້ງຄຸນຄ່າແກ່ນສານຂອງວິສາຫະກິດ

Top