ຕອນເຊົ້າວັນທີ 11 ກໍລະກົດ, ຢູ່ທຳນຽບປະທານປະເທດ, ຫ້ອງວ່າການປະທານປະເທດ ຫວຽດນາມ ໄດ້ຈັດກອງປະຊຸມຖະແຫຼງຂ່າວປະກາດຄຳສັ່ງຂອງປະທານປະເທດ ລວມມີກົດໝາຍ 9 ສະບັບ ທີ່ສະພາແຫ່ງຊາດໄດ້ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 9.
ບັນດາກົດໝາຍໄດ້ປະກາດໃຊ້ລວມມີ: ກົດໝາຍວ່າດ້ວຍອາກອນລາຍຮັບວິສາຫະກິດ ເລີ່ມມີຜົນສັກສິດແຕ່ວັນທີ 01 ຕຸລາ 2025; ກົດໝາຍວ່າດ້ວຍການຄຸ້ມຄອງ ແລະ ລົງທຶນແຫ່ງລັດຢູ່ວິສາຫະກິດ ລວມມີ 9 ພາກ, 59 ມາດຕາ, ເລີ່ມມີຜົນສັກສິດແຕ່ວັນທີ 01 ສິງຫາ 2025; ກົດໝາຍວ່າດ້ວຍງົບປະມານແຫ່ງລັດ ເລີ່ມມີຜົນສັກສິດແຕ່ວັນປີການເງິນ 2026; ບັນດາກົດໝາຍ, ຄື: ກົດໝາຍວ່າດ້ວຍວຽກເຮັດງານທຳ; ກົດໝາຍວ່າດ້ວຍພາສີອາກອນຈຳໜ່າຍພິເສດ; ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການໂຄສະນາ; ກົດໝາຍວ່າດ້ວຍທາດເຄມີ; ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການນຳໃຊ້ພະລັງງານປະຢັດ ແລະ ມີປະສິດທິຜົນ ເລີ່ມມີຜົນສັກສິດແຕ່ວັນທີ 01 ມັງກອນ 2026.