• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບຸນເຕັດ ຫວຽດນາມ ໃນສາຍຕາຂອງຊາວຕ່າງປະເທດ

ບຸນປີໃໝ່ປະຈຳຊາດ ຫຼື ບຸນເຕັດ ແມ່ນວັນບຸນໃຫຍ່ກວ່າໝູ່ໃນປີຢູ່ ຫວຽດນາມ. ສຳລັບຊາວ ຫວຽດນາມ ແຕ່ລະຄົນ, ບຸນເຕັດແມ່ນໂອກາດເຕົ້າໂຮມກັນໃນຄອບຄົວ ເພື່ອຜູກມັດລະຫວ່າງທຸກໆຄົນໃນຄອບຄົວ.ບຸນເຕັດກໍ່ແມ່ນຈຸດເວລາເພື່ອໃຫ້ທຸກໆຄົນສະຫຼຸບຄືນວຽກງານໃນປີເກົ່າທີ່ໄດ້ຜ່ານໄປ ແລະ ມຸ່ງໄປສູ່ປີໃໝ່ດ້ວຍຄວາມຫວັງຫຼາຍຢ່າງ.
  ຕະຫຼາດຮ່າງມ້າ ໃນຊຸມມື້ໃກ້ຈະຮອດບຸນເຕັດ  

ໃນຊຸມມື້ໃກ້ຈະຮອດບຸນເຕັດ ຢູ່ຖະໜົນຫົນທາງສາຍຕ່າງໆຢູ່ ຮ່າໂນ້ຍ ກໍ່ຟົດຟື້ນມ່ວນຊື່ນ ເປັນຕົ້ນແມ່ນຢູ່ຄຸ້ມຖະໜົນດຳເນີນທຸລະກິດຄ້າຂາຍເຄື່ອງຂອງຮັບໃຊ້ບຸນເຕັດຂອງປະຊາຊົນ ຄື ຖະໜົນຫ່າງໝ໊າ, ຫ່າງບ່ວມ, ຕະຫຼາດດົງຊວັນ, ຖະໜົນເລືອງວັນການ...ຢູ່ສະຖານທີ່ເຫຼົ່ານີ້ ພວກເພື່ອນອາດຈະຊື້ໄດ້ທຸກສິ່ງຂອງທີ່ກ່ຽວຂ້ອງເຖິງບຸນເຕັດຄື ເຄື່ອງປະດັບປະດາເຮືອນຊານ, ງ່າດອກຄາຍ, ຕົ້ນໝາກແປ້ນ ເຊິ່ງແມ່ນສິ່ງທີ່ຂາດບໍ່ໄດ້ໃນແຕ່ລະຄອບຄົວຢູ່ພາກເໜືອ ເນື້ອງໃນໂອກາດບຸນເຕັດ. ນອກຈາກນັ້ນກໍ່ໄປຊື້ໄກ່,ໝູຢໍ່, ເຂົ້າໜຽວ, ເຂົ້າຕົ້ມເຊິ່ງແມ່ນອາຫານຈຳເປັນຕ້ອງມີໃນພາເຂົ້າບຸນເຕັດ ຂອງຊາວພາກເໜືອຫວຽດນາມ. ທ້າວ ອະພິສາດ ຊາວລາວ ແລະ ທ້າວ ໂຢນຮົງຢຸນ ຊາວ ສ.ເກົາຫຼີ ແບ່ງປັນວ່າ:

“ສິ່ງທີ່ເຮົາຊົມຊອບທີ່ສຸດ ແມ່ນທັດສະນີຍະພາບຢູ່ຕາມທ້ອງຖະໜົນ. ໃນວັນບຸນເຕັດຢູ່ຕາມທ້ອງຖະໜົນກໍ່ຟົດຟື້ນມ່ວນຊື່ນທີ່ສຸດ ມີບ່ອນຂາຍດອກໄມ້ ຂາຍຕົ້ນໄມ້ປະດັບ ຫຼາຍສິ່ງຫຼາຍຢ່າງ. ຄອບຄົວໃດກໍ່ເບີກບານມ່ວນຊື່ນ”.

 “ຢູ່ ສ ເກົາຫຼີ ບຸນເຕັດ ກໍ່ແມ່ນວັນບຸນໃຫຍ່ ແຕ່ບໍ່ຖືກຈັດຂຶ້ນຢ່າງລະອຽດລະອໍຄືຢູ່ ຫວຽດນາມ. ຢູ່ ສເກົາຫຼີ ທຸກຄົນຖືວັນບຸນເຕັດ ແມ່ນວັນພັກ ເຊິ່ງແມ່ນໂອກາດໄດ້ພົບປະກັບທຸກໆຄົນໃນຄອບຄົວ ໄປຢ້ຽມຢາມປູ່ຍ່າຕາຍາຍ ໄປຖວາຍບູຊາຢູ່ສຸສານ. ແຕ່ເປັນຄັ້ງທຳອິດໄດ້ຕ້ອນຮັບບຸນເຕັດຢູ່ ຫວຽດນາມ  ນ້ອງຮູ້ສຶກມີຄວາມໝາຍພິເສດທີ່ສຸດ ຢູ່ໃສກໍ່ປະດັບປະດາຢ່າງສວຍງາມ ມີຕົ້ນໝາກແປ້ນ ມີຕົ້ນດອກຄາຍ... ທຸກໆຄົນກໍ່ຂ້ອງຄາກັບວຽກງານກະກຽມຕ້ອນຮັບບຸນເຕັດ”. 

ໃນໂອກາດບຸນເຕັດ ຫວຽດນາມ ແທນທີ່ກັບເມືອເຕົ້າໂຮມກັບຄອບຄົວ, ຊາວຕ່າງປະເທດຫຼາຍຄົນພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ ໄດ້ເລືອກເອົາການຢູ່ ຫວຽດນາມ ເພື່ອຊອກຮູ້ຄວາມງາມດ້ານວັດທະນະທຳຂອງຊາວ ຫວຽດນາມ ແລະ ຕ້ອນຮັບບັນຍາກາດບຸນເຕັດ ຫວຽດນາມ. ໃນຂະນະນັ້ນ ມີແຂກທ່ອງທ່ຽວສາກົນຫຼາຍຄົນກໍ່ໄດ້ເລືອກເອົາ ຫວຽດນາມ ແມ່ນສະຖານທີ່ທ່ອງທ່ຽວ ເນື່ອງໃນໂອກາດນີ້ ເພື່ອຄົ້ນຫາສິ່ງທີ່ຈັບອົກຈັບໃຈຂອງ ຫວຽດນາມ ໃນວັນບຸນເຕັດ. ນາງ ໂອນີຊີ ການາ ຊາວ ຍີ່ບຸ່ນ ແລະ ທ້າວ ຕ໊ວນຢອນ ເປີດເຜີຍວ່າ:

“ນີ້ແມ່ນປີທີ່ສອງທີ່ນ້ອງໄດ້ຕ້ອນຮັບບຸນເຕັດຢູ່ ຫວຽດນາມ. ສິ່ງທີ່ປະທັບໃຈທີ່ສຸດ ແມ່ນການຫໍ່ເຂົ້າຕົ້ມ. ນ້ອງຮູ້ດີວ່າເຂົ້າຕົ້ມແມ່ນເຍື່ອງອາຫານທີ່ຂາດບໍ່ໄດ້ໃນວັນບຸນເຕັດຂອງຊາວ ຫວຽດນາມ”.

 “ເປັນຄັ້ງທຳອິດທີ່ນ້ອງໄດ້ຫໍ່ເຂົ້າຕົ້ມ ແລະ ໄດ້ຊີມເຂົ້າຕົ້ມໝູ ແລະ ເຫັນວ່າພິເສດທີ່ສຸດ.ການຫໍ່ເຂົ້າຕົ້ມແມ່ນຍາກຫຼາຍ. ເມື່ອຫໍ່ເຂົ້າຕົ້ມແລ້ວ ທຸກໆຄົນກໍ່ນັ່ງອ້ອມໝໍ້ເຂົ້າຕົ້ມ ເພື່ອລໍຖ້າຍາມສຸກ ທຸກໆຄົນກໍ່ໂອ້ລົມນຳກັນຢ່າງເບີກບານມ່ວນຊື່ນ.”

 ບຸນເຕັດ ໃນທຸກໆປີກໍ່ລ້ວນແຕ່ຟົດຟື້ນມ່ວນຊື່ນ ມີຕົ້ນໝາກແປ້ນ, ມີເຂົ້າຕົ້ມໝູ, ທຸກໆຄົນກໍ່ໄດ້ເຕົ້າໂຮມກັນໃນຄອບຄົວ. ນັບແຕ່ໃດໆມາ  ຊາດຫວຽດນາມ ໄດ້ຖືເປັນສຳຄັນມູນເຊື້ອຂອງຄອບຄົວ ຖືຄອບຄົວແມ່ນຊາຍຄາທີ່ອົບອຸ່ນ ແມ່ນບ່ອນລ້ຽງດູສຶກສາອົບຮົມຄົນເຮົາ ນັບແຕ່ຄາວເຍົາໄວ ຕະຫຼອດຮອດເວລາເຕີບໃຫຍ່. ເຖິງວ່າຢູ່ໃນຈຸດເວລາໃດກໍ່ຕາມ  ຄຸນຄ່າວັດທະນະທຳຂອງບຸນເຕັດ ຍາມໃດກໍ່ໄດ້ຮັບການຮັກສາ ແລະ ເສີມຂະຫຍາຍຜ່ານບັນດາຮີດຄອງປະເພນີຄື ໄປຖວາຍໄຫ້ວບູຊາຢູ່ສຸສານບັນພະບູລຸດ, ປະເພນີຫໍ່ເຂົ້າ ຕົ້ມ, ເຮັດອະນາໄມປະດັບປະດາເຮືອນຊານ ເພື່ອຕ້ອນຮັບບຸນເຕັດ.

ໂດຍໄດ້ເຂົ້າໃຈເຖິງຄວາມໝາຍທີ່ສັກກະລະບູຊານີ້ ປີໃດກໍ່ຄືກັນ ອ້າຍ ເຢມຣາຍ ຊາວອັງກິດ ພ້ອມກັບເມຍ ໄດ້ພະຍາຍາມສັບຊ້ອນວຽກງານ ເພື່ອພາພວກລູກກັບຄືນ ຫວຽດນາມ ຕ້ອນຮັບບຸນເຕັດກັບຄອບຄົວທາງເມຍ. ອ້າຍ ເຢມຣາຍ  ໃຫ້ຮູ້ວ່າ:

“ປີໃດກໍ່ເຊັ່ນດຽວກັນ ພວກຂ້າພະເຈົ້າກັບເມືອ ຫວຽດນາມ ປະມານສອງສາມອາທິດ ເພື່ອຕ້ອນຮັບບຸນເຕັດ ພ້ອມກັບພໍ່ເຖົ້າ ແມ່ເຖົ້າ. ຂ້າພະເຈົ້າພ້ອມກັບເມຍກໍ່ໄດ້ໄປຊື້ເຄື່ອງຂອງ ກະກຽມທຸກສິ່ງທຸກຢ່າງຕ້ອນຮັບບຸນເຕັດ. ພິເສດຂ້າພະເຈົ້າມັກທີ່ສຸດ ແມ່ນໄດ້ຮ່ວມພາເຂົ້າພ້ອມກັບທຸກໆຄົນໃນຄອບຄົວ ທີ່ອົບອຸ່ນທີ່ສຸດ.”

 ບຸນເຕັດ ຫວຽດນາມ ແມ່ນຈຸດຄວາມງາມດ້ານວັດທະນະທຳທີ່ສັກກາລະບູຊາ ຕິດພັນກັບຊາວ ຫວຽດນາມ ແຕ່ລະຄົນ. ນີ້ກໍ່ແມ່ນຂົວເຊື່ອມຕໍ່ຜູກຮັດຄວາມຮັກແພງ ລະຫວ່າງທຸກໆຄົນທີ່ມາຈາກປະເທດຕ່າງໆ ປະກອບສ່ວນສ້າງຂີດໝາຍທີ່ເປັນເອກະລັກໃນຈິດໃຈຂອງເພື່ອນມິດສາກົນ ກ່ຽວກັບປະເທດ ຫວຽດນາມ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ມີຈິດໃຈຮັກແພງແຂກ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top