ບັນດາໝາກຜົນທີ່ບັນລຸໄດ້ໃນການເດີນທາງໄປປະຕິບັດງານຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ປັບປຸງການພົວພັນຄູ່ຮ່ວມມືທີ່ເປັນມູນເຊື້ອ, ພ້ອມທັງເປີດກວ້າງພື້ນທີ່ການຮ່ວມມືເພື່ອແນໃສ່ຮັບໃຊ້ບັນດາເປົ້າໝາຍພັດທະນາໄລຍະຍາວໃຫ້ ຫວຽດນາມ ໃນສັງກາດພັດທະນາໃໝ່.
ບັນດາໝາກຜົນພົ້ນເດັ່ນ
ຈຸດພົ້ນເດັ່ນທີ່ສຸດຂອງການຢ້ຽມຢາມແມ່ນເລື່ອງສອງຝ່າຍລົງນາມສັນຍາຮ່ວມມືໃນຂົງເຂດໄຟຟ້ານິວເຄຼຍ. ນີ້ແມ່ນບາດກ້າວທີ່ມີລັກສະນະບຸກທະລຸ. ໃນສະພາບຄວາມຕ້ອງການດ້ານພະລັງງານນັບມື້ນັບເພີ່ມຂຶ້ນສູງ ແລະ ກຳລັງກົດດັນຫັນປ່ຽນໄປຍັງບັນດາແຫຼ່ງພະລັງງານສະອາດທີ່ນັບມື້ນັບຫຼາຍຂຶ້ນ, ເລື່ອງເຊື່ອມຕໍ່ການຮ່ວມມືໄຟຟ້ານິວເຄຼຍກັບ ສະຫະພັນ ລັດເຊຍ ບໍ່ພຽງແຕ່ຊ່ວຍໃຫ້ ຫວຽດນາມ ຫັນແຫຼ່ງສະໜອງເປັນຫຼາຍຮູບຫຼາຍແບບເທົ່ານັ້ນ ຫາກຍັງຍົກສູງກຳລັງຄວາມສາມາດດ້ານເຕັກໂນໂລຢີໃນຂົງເຂດພະລັງງານອີກດ້ວຍ. ລັດເຊຍ, ດ້ວຍບົດຮຽນປະສົບການແຖວໜ້າໂລກໃນການກໍ່ສ້າງ ແລະ ດຳເນີນການເຄື່ອນໄຫວໂຮງງານໄຟຟ້ານິວເຄຼຍ ໄດ້ກາຍເປັນຄູ່ຮ່ວມມືເໝາະສົມເພື່ອໃຫ້ ຫວຽດນາມ ຮຽນຮຸ້ ແລະ ຖ່າຍທອດເຕັກໂນໂລຢີ.
ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນການຮ່ວມມືນີ້ບໍ່ພຽງແຕ່ແມ່ນເລື່ອງລາວກ່ຽວກັບພະລັງງານເທົ່ານັ້ນ ມັນຍັງສ່ອງແສງເຖິງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ. ການພົວພັນ ຫວຽດນາມ ແລະ ລັດເຊຍ ມີພື້ນຖານປະຫວັດສາດອັນຍາວນານ, ໄດ້ຮັບການກໍ່ສ້າງຜ່ານຫຼາຍທົດສະວັດແຫ່ງການຮ່ວມມື. ໃນສະພາບການຄວາມເປັນລະບຽບຮຽບຮ້ອຍໂລກ ພວມມີທ່າອ່ຽງແບ່ງຂົ້ວ, ເລື່ອງ ຫວຽດນາມ ສືບຕໍ່ປັບປຸງການພົວພັນກັບ ລັດເຊຍ ສະແດງໃຫ້ເຫັນວິທີການເຂົ້າເຖິງທີ່ມີຄວາມສະເໝີພາບ, ເອກະລາດ ແລະ ຫັນເປັນຫຼາຍຝ່າຍໃນນະໂຍບາຍທາງການທູດ, ຮັບປະກັນຜົນປະໂຫຍດແຫ່ງຊາດ. ໂຄງການໄຟຟ້ານິວເຄຼຍກໍ່ກາຍເປັນສັນຍາລັກໃໝ່ໃຫ້ແກ່ການພົວພັນ ຫວຽດນາມ - ສະຫະພັນ ລັດເຊຍ. ທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Mishustin ເນັ້ນໜັກວ່າ:
ພາຍຫຼັງການເຈລະຈາມື້ນີ້, ຂໍ້ຕົກລົງລະຫວ່າງ 2 ລັດຖະບານ ໄດ້ຮັບການລົງນາມກ່ຽວກັບການກໍ່ສ້າງໂຮງງານໄຟຟ້ານິວເຄຼຍແຫ່ງທຳອິດຢູ່ ຫວຽດນາມ. ການກໍ່ສ້າງໂຮງງານນີ້ ຈະສ້າງກຳລັງໜູນຢ່າງແຮງໃຫ້ແກ່ການຊຸກຍູ້ການພັດທະນາການຮ່ວມມືໃນບັນດາຂົງເຂດທີ່ກ່ຽວຂ້ອງ, ຄືເຕັກໂນໂລຢີສູງ, ກໍ່ຄືການຄົ້ນຄ້ວາວິທະຍາສາດໂດຍພື້ນຖານ ແລະ ການໝູນໃຊ້. ຂ້າພະເຈົ້າເຊື່ອໝັ້ນວ່າ ໂຄງການນີ້ຈະກາຍເປັນສັນຍາລັກໃໝ່ຂອງນ້ຳໃຈມິດຕະພາບ ລັດເຊຍ - ຫວຽດນາມ.
ໄປຄຽງຄູ່ກັບຂົງເຂດໄຟຟ້ານິວເຄຼຍ, ການຮ່ວມມືພະລັງງານ ເວົ້າລວມ ກໍ່ສືບຕໍ່ແມ່ນເສົາຄ້ຳສຳຄັນໃນການພົວພັນສອງຝ່າຍ. ໃນການຢ້ຽມຢາມ, ບັນດາການເຮັດວຽກລະຫວ່າງກະຊວງ, ຂະແໜງການ ແລະ ວິສາຫະກິດສອງປະເທດ ກ່ຽວກັບຂົງເຂດອາຍແກັດທຳມະຊາດແຫຼວ (LNG) ສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນໃນການຮ່ວມມື ຍັງໃຫຍ່ຫຼວງທີ່ສຸດ. ໃນສະພາບການຕະຫຼາດພະລັງງານທົ່ວໂລກພວມມີການຜັນແປຢ່າງແຮງ, ການເປີດກວ້າງການຮ່ວມມືກັບ ລັດເຊຍ ໄດ້ຊ່ວຍໃຫ້ ຫວຽດນາມ ມີທາງເລືອກໃນການຄ້ຳປະກັນຄວາມໝັ້ນຄົງດ້ານພະລັງງານຕື່ມອີກ.
ການຢ້ຽມຢາມກຳນົດຄືນ ແລະ ຍົກລະດັບການພົວພັນ ຫວຽດນາມ - ສະຫະພັນ ລັດເຊຍ
ການຢ້ຽມຢາມຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຍັງມີຄວາມໝາຍທາງດ້ານການເມືອງພິເສດ. ການພົບປະເຈລະຈາລະຫວ່າງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ Mikhail Mishustin ໄດ້ຢັ້ງຢືນຄືນໃໝ່ຄວາມຕັດສິນໃຈຂອງສອງປະເທດໃນການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ໃນສະພາບການພົວພັນສາກົນທີ່ນັບມື້ນັບສັບສົນ, ການຮັກສາ ແລະ ພັດທະນາບັນດາຄູ່ຮ່ວມມືເປັນປົກກະຕິ, ມີຄວາມໄວ້ວາງໃຈຂອງ ຫວຽດນາມ - ສະຫະພັນ ລັດເຊຍ ແມ່ນປັດໄຈສຳຄັນຊ່ວຍໃຫ້ ຫວຽດນາມ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບເພື່ອພັດທະນາ.
ຈາກແງ່ມູມເສດຖະກິດ, ການຢ້ຽມຢາມກໍ່ເປີດຫຼາຍກາລະໂອກາດໃໝ່ໃຫ້ແກ່ວິສາຫະກິດສອງປະເທດ. ເຖິງວ່າ ວົງເງິນການຄ້າສອງຝ່າຍຍັງບໍ່ສົມກັບຄວາມສາມາດບົ່ມຊ້ອນກໍຕາມ, ແຕ່ບັນດາຂໍ້ຕົກລົງຮ່ວມມືໃໝ່ທີ່ຫາກໍ່ໄດ້ຮັບການລົງນາມ ໄດ້ສ້າງເປັນການກະຕຸ້ນທີ່ຈຳເປັນ. ໃນການຢ້ຽມຢາມ, ນາຍົກລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ການຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນໃນຂອບເຂດປີມິດຕະພາບ 2026 ກ່ຽວກັບວິທະຍາສາດ ແລະ ການສຶກສາ, ໝູນໃຊ້ພື້ນຖານການຮ່ວມມືທີ່ມີຢູ່ແລ້ວ, ເປີດກວ້າງບັນດາໂຄງການທີ່ມີຄວາມສາມາດບົ່ມຊ້ອນຕື່ມອີກ, ພິເສດແມ່ນໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ປັນຍາປະດິດ (AI)…, ເປີດກວ້າງການຮ່ວມມືຄົ້ນຄ້ວາວິທະຍາສາດໃນຂົງເຂດສູນເຂດຮ້ອນ ຫວຽດນາມ - ລັດເຊຍ.
ອີກໜຶ່ງຈຸດພົ້ນເດັ່ນທີ່ເປັນໜ້າຊື່ນຊົມແມ່ນໃນການຢ້ຽມຢາມຄັ້ງນີ້ໄດ້ສະແດງໃຫ້ເຫັນຈິດໃຈເປັນເຈົ້າຕົນເອງໃນນະໂຍບາຍການທູດຂອງ ຫວຽດນາມ. ໃນໂລກທີ່ພວມມີການປ່ຽນແປງຢ່າງວ່ອງໄວ, ບໍ່ມີປະເທດໃດຈະສາມາດພັດທະນາ ຖ້າມີພຽງແຕ່ອີງໃສ່ໜຶ່ງ ຫຼື ຄູ່ຮ່ວມມືຈຳນວນໜຶ່ງເທົ່ານັ້ນ. ການຮັກສາການພົວພັນທີ່ດີກັບຫຼາຍປະເທດ, ໃນນັ້ນມີປະເທດມະຫາອຳນາດຈຳນວນໜຶ່ງຄື ລັດເຊຍ, ຈະຊ່ວຍໃຫ້ ຫວຽດນາມ ມີກຳລັງຄວາມບົ່ມຊ້ອນເພື່ອຮັບມືກັບບັນດາການຜັນແປຈາກພາຍນອກ.
ສຳຄັນກວ່ານັ້ນ, ການຢ້ຽມຢາມໄດ້ປະກອບສ່ວນປັບປຸງພື້ນຖານການພົວພັນ ຫວຽດນາມ - ລັດເຊຍ ໃນສະພາບການໃໝ່, ພ້ອມທັງເປີດບັນດາກາລະໂອກາດຮ່ວມມືຢ່າງແທດຈິງໃນອະນາຄົດ.









