ຂ່າວສານ
ບັ້ນເຄື່ອນໄຫວ “ຊົ່ວໂມງເພື່ອໜ່ວຍໂລກ” ປີ 2026 ດ້ວຍສານ “ປະດິດຄິດສ້າງສີຂຽວ - ອະນາຄົດສີຂຽວ”
ຕາມແຜນການແລ້ວ, ຕອນເຊົ້າວັນທີ 21 ມີນາ 2026, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມຈະປຸກລະດົມຂະບວນການ “ທົ່ວປວງຊົນປະຢັດພະລັງງານຕອບສະໜອງບັ້ນ ຊົ່ວໂມງເພື່ອໜ່ວຍໂລກປີ 2026” ດ້ວຍສານ “ປະດິດຄິດສ້າງສີຂຽວ - ອະນາຄົດສີຂຽວ”. ເຫດການລວມມີພິທີປຸກລະດົມ ແລະ ງານແຂ່ງຂັນແລ່ນຢູ່ຖະໜົນຄົນຍ່າງ ຈິງກົງເຊີນ, ຕາແສງ ໄຕໂຮ່, ນະຄອນຮ່າໂນ້ຍ, ພ້ອມກັບການແຂ່ງຂັນແລ່ນແບບທາງໄກໃນ ແຟຼດຟອມ 84Race ແຕ່ວັນທີ 21 ມີນາ ຫາວັນທີ 11 ເມສາ 2026. ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫງວຽນຮວ່າງລອງແບ່ງປັນວ່າ:
ປີ 2026 ສ້າງຂີດໝາຍປີທີ 15 ທີ່ກະຊວງອຸດສາຫະກຳການຄ້າຈັດຂຶ້ນການຕອບສະໜອງບັ້ນເຄື່ອນໄຫວ ຊົ່ວໂມງເພື່ອໜ່ວຍໂລກ. ຜ່ານໄລຍະທາງນີ້, ບັ້ນເຄື່ອນໄຫວໄດ້ມີຄວາມໝາຍຫຼາຍກວ່າວັນສັນຍາລັກຂອງ 60 ນາທີປິດໄຟ, ກາຍເປັນພື້ນຖານຍົກສູງຄວາມຮັບຮູ້ຂອງສັງຄົມກ່ຽວກັບການນຳໃຊ້ພະລັງງານຢ່າງມີປະສິດທິຜົນແລະ ປະຢັດ. ດ້ວຍສານ “ປະດິດຄິດສ້າງສີຂຽວ - ອະນາຄົດສີຂຽວ”, ພວກຂ້າພະເຈົ້າປາດຖະໜາຢາກແຜ່ກະຈາຍ ຈິດໃຈນະວັດຕະກຳໃນທົ່ວສັງຄົມ, ຈາກອົງການຄຸ້ມຄອງ, ວິສາຫະກິດໄປຮອດປະຊາຊົນແຕ່ລະຄົນ ຢ່າງແຮງກວ່າອີກ, ເພື່ອແນໃສ່ສ້າງພື້ນຖານເສດຖະກິດທີ່ທັນສະໄໝ, ຍົກສູງສະມັດຕະພາບ ແລະ ການພັດທະນາແບບຍືນຍົງ.








