ຂ່າວສານ
ບັນດາເຈົ້າໜ້າທີ່ອິດສະລາແອັນ ຮຽກຮ້ອງເຊື່ອມຕໍ່ການບຸກໂຈມຕີເລັ່ງໃສ່ນະຄອນຫຼວງຂອງ ລີບັງ
ວັນທີ 25 ພຶດສະພາ, ສື່ມວນຊົນ ອິດສະລາແອັນ ໄດ້ໃຫ້ຂ່າວວ່າເຈົ້າໜ້າທີ່ຂັ້ນສູງຈຳນວນໜຶ່ງຂອງປະເທດນີ້ ໄດ້ຮຽກຮ້ອງທ່ານ Benjamin Netanyahu ນາຍົກລັດຖະມົນຕີ ສືບຕໍ່ບັນດາການຖີ້ມລະເບີດເລັ່ງໃສ່ນະຄອນຫຼວງ Beirut ຂອງ ລີບັງ, ເພື່ອໂຕ້ຕອບ ການບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ (UAV) ຂອງກຳລັງ Hezbollah. ທ່ານ Itamar Ben Gvir ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງຊາດ ອິດສະລາແອັນໃຫ້ຮູ້ວ່າ ປະເທດນີ້ ບໍ່ອາດ ເມີນເສີຍຕໍ່ການບຸກໂຈມຕີດ້ວຍ UAV ຂອງ Hezbollahໄດ້, ທ່ານຮຽກຮ້ອງໃຫ້ທ່ານນາຍົກລັດຖະມົນຕີ Benjamin Netanyahu ກັບຄືນສູ່ສົງຄາມຢູ່ ລີບັງ. ໃນກອງປະຊຸມຄະນະລັດຖະບານ ອິດສະລາແອັນ ໃນວັນທີ 24 ພຶດສະພາ, ທ່ານ Eyal Zamir ເສນາທິການໃຫຍ່ກອງທັບ ກໍ່ຖືວ່າ, ຄວນບຸກໂຈມຕີບັນດາຕຶກອາຄານຢູ່ Beirut ເພື່ອໂຕ້ຕອບການບຸກໂຈມຕີດ້ວຍ UAV.
ໃນຂະນະນັ້ນ, ວັນທີ 25 ພຶດສະພາ, ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ວໍຊິງຕັນ ພວມຊຸກຍູ້ວິວັດການຮັກສາຄຳສັ່ງຢຸດຍິງລະຫວ່າງ ອິດສະລາແອັນ ແລະ ລີບັງ, ພ້ອມທັງ ສືບຕໍ່ກໍ່ຄວາມກົດດັນຕໍ່ກຳລັງ Hezbollah ເຊິ່ງ ອາເມລິກາ ຖືວ່ານັ້ນແມ່ນກຳລັງທີ່ໄດ້ຮັບໜ້າທີ່ຈາກອີຣານໃນພາກພື້ນ.







