• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ກິດ​ຈະ​ກຳ​ເບິ່ງ​ແຍງ​ດູ​ແລ​ບຸນ​ເຕັດ​ໃຫ້​ແກ່​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ທົ່ວ​ປະ​ເທດ ໄດ້​ຈັດ​ຂຶ້ນ​ຢ່າງ​ຟົດ​ຟື້ນ

ບຸນປີໃໝ່ປະຈຳຊາດປີມະເມຍ 2026 ພວມໃກ້ວຽນມາຈະຮອດແລ້ວ, ໃນຊຸມວັນນີ້, ບັນດາກິດຈະກຳເບິ່ງແຍງດູແລບຸນເຕັດໃຫ້ແກ່ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກໃນບໍລິເວນບັນດາແຂວງ, ນະຄອນໃນທົ່ວປະເທດໄດ້ຈັດຂຶ້ນຢ່າງຟົດຟື້ນ.
ທ່ານ ເງາະຢຸຍຫ໋ຽວ ຮອງປະທານສະຫະພັນໃຫຍ່ແຮງງານ ຫວຽດນາມມອບຂອງຂວັນໃຫ້ແກ່ສະມາຊິກຊາວໜຸ່ມ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ (ພາບ: baothanhhoa.vn)

ວັນທີ 11 ກຸມພາ, ຢູ່ແຂວງ ແທັງຮວາ, ທ່ານ ເງາະຢຸຍຫ໋ຽວ ຮອງປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ມອບຂອງຂວັນໃຫ້ແກ່ສະມາຊິກຊາວໜຸ່ມ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຢູ່ຕາແສງ ຖ້ຽວຫວ້າ ລວມມີ ຂອງຂວັນ 130 ພູດ, ດ້ວຍຍອດມູນຄ່າ 169 ລ້ານດົ່ງ. ເນື່ອງໃນໂອກາດນີ້, ທ່ານນາງ ຈິ່ງທິຮວາ ຮອງປະທານ ສະຫະພັນແຮງງານແຂວງ ແທັງຮ້ວາໄດ້ມອບຂອງຂວັນ 58 ພູດຈາກແຫຼ່ງກອງທຶນຂອງສະຫະພັນແຮງງານ ແຂວງດ້ວຍຍອດມູນຄ່າ 75,4 ລ້ານດົ່ງ (2.903 USD) ໃຫ້ແກ່ສະມາຊິກຊາວໜຸ່ມ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ.

ະນະປະຕິບັດງານມອບບັດ ອວຍພອນ ອາຍຸໝັ້ນຂວັນຍືນ ຂອງປະທານປະເທດ ແລະ ຂອງຂວັນໃຫ້ແກ່ແມ່ເຖົ້າ ເຈືອງງອກບ້າ ຢູ່ບ້ານ ເຕິນຮຶງ (ພາບ: TTXVN)

ໃນບໍລິເວນນະຄອນ ເກິ່ນເທີ, ຕອນບ່າຍວັນທີ 11 ກຸມພາ, ຄະນະກຳມະການປະຊາຊົນນະຄອນ ກໍ່ໄດ້ຈັດຄະນະໄປຢ້ຽມຢາມ, ອວຍພອນອາຍຸໃໝ່ບັນດາຜູ້ທີ່ມີອາຍຸ 100 ປີ ໃນບໍລິເວນຕາແສງ ຟອງດຽນ, ຢູ່ບັນດາສະຖານທີ່ນັດພົບ, ຄະນະປະຕິບັດງານໄດ້ລົງຢື້ຢາມຖາມຂ່າວ, ອວຍພອນ ແລະ ມອບບັດອວຍພອນ ອາຍຸໝັ້ນຂວັນຍືນຂອງ ປະທານປະເທດ ແລະ ມອບຂວັນລວມມີເງິນສົດ 1.300.000 ດົ່ງ (50USD), ຜ້າໄໝ 5ແມັດ ໃຫ້ແກ່ບັນດາຜູ້ມີອາຍຸສູງ.

ສ່ວນຢູ່ແຂວງ ດັກລັກ, ຕອນບ່າຍວັນທີ 11 ກຸມພາ, ຢູ່ສູນອຸປະກາລະສັງຄົມ ແລະ ເດັກນ້ອຍ (ພະແນກສາທາລະນະສຸກແຂວງ ດັກລັກ) ໄດ້ຈັດລາຍການ Gala ດ້ວຍຫົວຂໍ້ “ລະດູບານໃໝ່ແຫ່ງຄວາມຮັກແພງ - ບຸນເຕັດເຕົ້າໂຮມກັນ”. ລາຍການ ໄດ້ດຳເນີນດ້ວຍຫຼາຍກິດຈະກຳທີ່ມີຄວາມໝາຍຄື: ຟ້ອນສິງໂຕຕ້ອນຮັບລະດູບານໃໝ່, ສະແດງສິລະປະ, ມອບຂອງວັນ ແລະ ອັງເປົາຍາມຕົ້ນລະດູບານໃໝ່ໃຫ້ແກ່ເດັກກຳພ້າ, ບໍ່ມີບ່ອນອາໄສ, ຜູ້ມີອາຍຸສູງຢູ່ໂດດດຽວ, ຄົນພິການ ຢູ່ສູນ ແລະ ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ.

ຢູ່ແຂວງກ໋ວາງຈິ, ໃນຊຸມວັນໃຫ້ຈະຮອດບຸນປີໃໝ່ປະຈຳຊາດປີມະເມຍ 2026, ມີຫຼາຍການເຄື່ອນໄຫວທຳການກຸສົນ, ເບິ່ງແຍງດູແລຊີວິດໃຫ້ແກ່ບັນດາຜູ້ດ້ອຍໂອກາດໄດ້ຮັບການຜັນຂະຫຍາຍດ້ວຍຫຼາຍຮູບແບບທີ່ອຸດົມສົມບູນ ແລະ ແທດຈິງ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ເກຼັກ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ເກຼັກ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ປາດຖະໜາວ່າ ສະພາແຫ່ງຊາດ ເກຼັກ ຈະເພີ່ມທະວີການການຮ່ວມມືກັບ ຫວຽດນາມ ກ່ຽວກັບການຂົນສົ່ງທາງທະເລ, ທ່າກຳປັ່ນ - logistics

Top