• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາພື້ນຖານເສດຖະກິດ APEC ໃຫ້ຄຳໝັ້ນສັນຍາຍົກອອກທິດທາງຄ້ຳປະກັນສະບຽງອາຫານໄລຍະ 10 ປີ

      ບັນດາລັດຖະມົນຕີກະຊວງກະສິກຳ ແລະ ສະທັນຍາຫານຂອງບັນດາພື້ນຖານເສດຖະກິດສະມາຊິກ APEC ໄດ້ໃຫ້ຄຳໝັ້ນສັນຍາຍົກອອກທິດທາງໃໝ່ ເພື່ອແນະນຳບັນດາຄວາມມານະພະຍາຍາມຊຸກຍູ້ການຄ້ຳປະກັນສະບຽງອາຫານໃນໄລຍະ 10 ປີຈະມາເຖິງ.
ກອງປະຊຸມຄ້ຳປະກັນສະບຽງອາຫານສະບຽງອາຫານຂັ້ນລັດຖະມົນຕີ
(ພາບ: apec.org)
      ທີ່ກອງປະຊຸມຄ້ຳປະກັນສະບຽງອາຫານຂັ້ນລັດຖະມົນຕີ ເຊິ່ງດຳເນີນທາງອອນລາຍໃນວັນທີ 19 ສິງຫາ ໃນຂອບເຂດເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2021 ໂດຍ ນິວຊີແລນ ເປັນເຈົ້າພາບຈັດຕັ້ງ, ບັນດາລັດຖະມົນຕີກະຊວງກະສິກຳ ແລະ ສະທັນຍາຫານຂອງບັນດາພື້ນຖານເສດຖະກິດສະມາຊິກ APEC ໄດ້ໃຫ້ຄຳໝັ້ນສັນຍາຍົກອອກທິດທາງໃໝ່ ເພື່ອແນະນຳບັນດາຄວາມມານະພະຍາຍາມຊຸກຍູ້ການຄ້ຳປະກັນສະບຽງອາຫານໃນໄລຍະ 10 ປີຈະມາເຖິງ. ທິດທາງໄດ້ສຸມໃສ່ 4 ບັນຫາຈຸດສຸມລວມມີ ການຫັນເປັນດີຈີຕອນ ແລະ ການປ່ຽນແປງໃໝ່, ສະມັດຕະພາບ, ລັກສະນະກວມລວມ ແລະ ລັກສະນະຍືນຍົງ. ຖະແຫຼງການຮ່ວມໄດ້ຍົກອອກມາພາຍຫຼັງກອງປະຊຸມໄດ້ເນັ້ນໜັກເຖິງເລື່ອງຮັບປະກັນໃຫ້ໂລກມີແຫຼ່ງສະໜອງທັນຍາຫານເປັນປົກກະຕິແມ່ນສິ່ງທ້າທາຍໃຫຍ່ຫຼວງທີ່ສຸດເຊິ່ງບັນດາພື້ນຖານເສດຖະກິດ APEC ແລະ ບັນດາພື້ນຖານເສດຖະກິດທີ່ຍັງເຫຼືອຂອງໂລກຕ້ອງປະເຊີນໜ້າ, ພິເສດແມ່ນພາຍຫຼັງບັນດາປະເທດຟື້ນຟູຫຼັງໂລກລະບາດໂຄວິດ-19.
(ແຫຼ່ງຄັດຈາກ VOV)

ນັກ​ຊ່ຽວ​ຊານ, ວິ​ສາ​ຫະ​ກິດ ຕັ້ງ​ຄວາມ​ຫວັງ​ພາຍຫຼັງ​ການໂອ້ລົມ​​ທາງ​ໂທ​ລະ​ສັບ​ລະ​ຫວ່າງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ໂຕ​ເລິມ ​ກັບ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ນັກ​ຊ່ຽວ​ຊານ, ວິ​ສາ​ຫະ​ກິດ ຕັ້ງ​ຄວາມ​ຫວັງ​ພາຍຫຼັງ​ການໂອ້ລົມ​​ທາງ​ໂທ​ລະ​ສັບ​ລະ​ຫວ່າງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ໂຕ​ເລິມ ​ກັບ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ພາຍຫຼັງທີ່ຂ່າວກ່ຽວກັບການໂອ້ລົມທາງໂທລະສັບລະຫວ່າງ ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ກັບ ທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ດຳເນີນໃນຕອນຄ່ຳວັນທີ 2 ກໍລະກົດ ໄດ້ປະກາດນັ້ນ, ປະຊາຄົມວິສາຫະກິດ ແລະ ວົງການນັກຊ່ຽວຊານໄດ້ຕັ້ງຄວາມຫວັງຕໍ່ບັນດາສັນຍານອັນຕັ້ງໜ້າໃນການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ອາເມລິກາ ໃນໄລຍະຈະມາເຖິງ.

Top