• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາປະເທດໃນທົ່ວໂລກມານະພະຍາຍາມຮັບມືກັບໂລກລະບາດCovid– 19

      ອົງການຄົ້ນຄ້ວາວິທະຍາສາດແລະເຕັກໂນໂລຢີອົດສະຕາລີ (CSIRO) ໄດ້ເລີ່ມທົດລອງໄລຍະທີ 1 ຂອງວັກຊີນຢູ່ໃນເຫງັນ 2 ໂຕເພື່ອປ້ອງກັນCovid - 19 ຢູ່ຫ້ອງທົດລອງສັດຕະວະແພດອົດສະຕາລີຢູ່ນະຄອນ Geelong (ຂຶ້ນກັບລັດ Victoria). ວິວັດການທົດລອງຄາດວ່າຈະແກ່ຍາວເປັນເວລາປະມານ 3 ເດືອນ, ຢູ່ຮາກຖານສ້າງຕັ້ງຄວາມປອດໄພຊີວະສາດຂັ້ນສູງຢູ່ Geelong.
            ຢູ່ອິນໂດເນເຊຍ, ບັນດາອົງການການແພດຂອງປະເທດນີ້ຈະນຳໃຊ້ຊຸດກວດພະຍາດວັນນະໂລກທີ່ມີຢູ່ແລ້ວໃນໂຮງໝໍແລະສູນການແພດກວ່າ 132 ແຫ່ງເພື່ອກວດບັນດາຜູ້ທີ່ຖືກສົງໄສວ່າຕິດເຊື້ອພະຍາດCovid– 19.
            ໃນວັນທີ 1 ເມສາ, ທ່ານ Mikhail Mishustinນາຍົກລັດຖະມົນຕີປະເທດລັດເຊຍໃຫ້ຮູ້ວ່າປະເທດນີ້ໄດ້ສະຫງວນເງິນ 1.400 ຕື້Rupe (17.87 ຕື້ USD) ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດCovid– 19 ກໍ່ຄືສະພາບການເສດຖະກິດຊຸດໂຊມ.
            ວັນທີ 1 ເມສາ, ລັດຖະບານສ.ເຊັກໂກໄດ້ຕົກລົງແກ່ຍາວສະພາບການສຸກເສີນໄປຈົນຮອດວັນທີ 11 ພຶດສະພາຕາມການສະເໜີຂອງຄະນະກຳມະການວິກິດການສູນກາງ. ເຖິງຢ່າງໃດກໍ່ຕາມ, ຂໍ້ຕົກລົງນີ້ຕ້ອງໄດ້ຮັບການຮັບຮອງເອົາຈາກສະພາຕ່ຳເຊັກໂກໃນກອງປະຊຸມ ເຊິ່ງຄາດວ່າຈະດຳເນີນໃນວັນທີ 7 ເມສາຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ຄົນ​ທຸກ​ຍາກ​ເກືອບ 900 ລ້ານ​ຄົນ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ຄົນ​ທຸກ​ຍາກ​ເກືອບ 900 ລ້ານ​ຄົນ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ບົດລາຍງານເນັ້ນໜັກວ່າ: ເພື່ອຮັບມືກັບສະພາບການຄວາມສຽງສະຫຼັບກັນ, ຕ້ອງໃຫ້ບຸລິມະສິດທັງມະນຸດ ແລະ ໜ່ວຍໂລກ, ກ່ອນອື່ນໝົດຕ້ອງມີການຫັນປ່ຽນ ຈາກຄວາມຮັບຮູ້ ກາຍເປັນການກະທຳໂດຍໄວ.

Top