• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາປະເທດ ອາຊຽນ ເຫັນດີ ສ້າງສະພາບແວດລ້ອມດິຈິຕອນປອດໄພ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມລັດຖະມົນຕີ ດິຈິຕອນ ອາຊຽນ ຄັ້ງທີ 5 ຢູ່ ບາງກອກ ໄດ້ເຫັນດີນຳກັນວ່າ ການສໍ້ໂກງທາງອິນເຕີແນັດ ພວມແມ່ນບັນຫາຮີບດ່ວນ ແລະ ຈຳເປັນຕ້ອງພ້ອມກັນມານະພະຍາຍາມເພື່ອແກ້ໄຂ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. (ພາບ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄທ)

ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີດ້ານເສດຖະກິດ ແລະ ສັງຄົມ ດິຈິຕອນໄທ Prasert Jantararuangtong ໃຫ້ຮູ້ວ່າ: ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມລັດຖະມົນຕີ ດິຈິຕອນ ອາຊຽນ ຄັ້ງທີ 5 ຢູ່ ບາງກອກ ໄດ້ເຫັນດີນຳກັນວ່າ ການສໍ້ໂກງທາງອິນເຕີແນັດ ພວມແມ່ນບັນຫາຮີບດ່ວນ ແລະ ຈຳເປັນຕ້ອງພ້ອມກັນມານະພະຍາຍາມເພື່ອແກ້ໄຂ.

ດ້ວຍຫົວຂໍ້ “ຄວາມປອດໄພ, ປະດິດຄິດສ້າງ, ຮອບດ້ານ: ສ້າງອະນາຄົດດິຈິຕອນຂອງ ອາຊຽນ”, ກອງປະຊຸມໄດ້ດຳເນີນໄປໃນເວລາ 2 ວັນ ຄືວັນທີ 16 ແລະ 17 ມັງກອນ ຢູ່ ນະຄອນຫລວງ ບາງກອກ, ໄທ ຜ່ານມາ ໄດ້ສ່ອງແສງຄຳໝັ້ນສັນຍາຂອງ ອາຊຽນ ໃນການສ້າງສະພາບແວດລ້ອມດິຈິຕອນປອດໄພ. ກອງປະຊຸມໄດ້ປຶກສາຫາລືກ່ຽວກັບຫລາຍຂອບເຂດຮ່ວມມື ລວມມີ: ຄວາມປອດໄພທາງເຄືອຂ່່າຍອິນເຕີແນັດ, ການແລກປ່ຽນຖານຂໍ້ມູນຂ້າມຂາຍແດນ ແລະ ການພັດທະນາລວມພື້ນຖານເສດຖະກິດດິຈິຕອນ.

ບັນດາຜູ້ແທນກໍ່ຕົກລົງເຫັນດີ ຖະແຫລງການ ບາງກອກ, ສວມບົດບາດແມ່ນເອກະສານແນະນຳກ່ຽວກັບວິທີການບັນດາສະມາຊິກ ອາຊຽນ ອາດຈະ ແລະ ຄວນຮ່ວມມືນຳກັນຢ່າງແຫນ້ນແຟ້ນກວ່າໃນການສະກັດກັ້ນ ແລະ ແກ້ໄຂອາດຊະຍາກອນທາງອິນເຕີແນັດ.

(ແຫຼ່ງຄັດຈາກ VOV)

ບັ້ນເຄື່ອນ​ໄຫວ ຊົ່ວ​ໂມງ​ເພື່ອໜ່ວ​ຍໂລກ ປີ 2026 ດ້ວຍສານ ປະ​ດິດ​ຄິດ​ສ້າງ​ສີ​ຂຽວ - ອະ​ນາ​ຄົດສີ​ຂຽວ

ບັ້ນເຄື່ອນ​ໄຫວ “ຊົ່ວ​ໂມງ​ເພື່ອໜ່ວ​ຍໂລກ” ປີ 2026 ດ້ວຍສານ “ປະ​ດິດ​ຄິດ​ສ້າງ​ສີ​ຂຽວ - ອະ​ນາ​ຄົດສີ​ຂຽວ”

ເຫດການລວມມີພິທີປຸກລະດົມ ແລະ ງານແຂ່ງຂັນແລ່ນຢູ່ຖະໜົນຄົນຍ່າງ ຈິງກົງເຊີນ, ຕາແສງ ໄຕໂຮ່, ນະຄອນຮ່າໂນ້ຍ, ພ້ອມກັບການແຂ່ງຂັນແລ່ນແບບທາງໄກໃນ ແຟຼດຟອມ 84Race ແຕ່ວັນທີ 21 ມີນາ ຫາວັນທີ 11 ເມສາ 2026.

Top