• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາທ້ອງຖິ່ນສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ

ໃນວັນ 24 ມີນາ ຢູ່ນະຄອນ ດ່າລາດ, ຫວຽດຈີ່, ອຽນບ໊າຍ ກໍ່ໄດ້ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ.

ພິທີສະເຫຼີມສະຫຼອງ88 ປີ ແຫ່ງວັນສ້າງຕັ້ງຄະນະຊາວໜູ່ມກອມມູນິດ ໂຮ່ຈິມິນ  (ພາບ: hcmcpv.org.vn)

ຕອນຄ່ຳວັນທີ 24 ມີນາ, ຄະນະຊາວໜູ່ມນະຄອນໂຮ່ຈິມິນ ໄດ້ຈັດພິທີສະເຫຼີມສະຫຼອງ 88 ປີ ແຫ່ງວັນສ້າງຕັ້ງຄະນະຊາວໜູ່ມກອມມູນິດ ໂຮ່ຈິມິນ (26 ມີນາ 1931 – 26 ມີນາ 2019), ພ້ອມທັງມອບລາງວັນ ໂຮ່ຮ່າວເຮີ໊ນ.

        ອ້າຍ ຮິ່ວງງວຽນຮ່າ ເລຂາຄະນະຊາວໜູ່ມ ໄຊງ່ອນ Co.op,  ຊຶ່ງເປັນຫົວໜ່ວຍທີ່ໄດ້ຮັບການສັນລະເສີນດ້ວຍຮູບແບບ “ ທີມງານຂາຍເຄື່ອງແບບເຄື່ອນທີ່” ໃຫ້ຮູ້ວ່າ:

“ໜຶ່ງໃນບັນດາປະສິດທິຜົນອັນໃຫຍ່ຫຼວງຂອງຮູບແບບນີ້ແມ່ນນຳສິນຄ້າທີ່ມີຄຸນນະພາບມາໃຫ້ຜູ້ຊົມໃຊ້ຢູ່ເຂດຫ່າງໄກສອກຫຼີກ. ໃນໄລຍະຈະມາເຖິງພວກເຮົາຈະປະຕິບັດໂຄງການດັ່ງກ່າວຢູ່ເກາະພາກເໜືອ. ໂຄງການຂາຍເຄື່ອງແບບເຄື່ອນທີ່ໄດ້ກາຍເປັນຈຸດຕັ້ງໜ້າຂອງພື້ນຖານຄະນະຊາວໜຸ່ມ ໄຊງ່ອນ Co.op, ເພື່ອສະແດງໃຫ້ເຫັນກຳລັງແຮງຂອງຊາວໜຸ່ມ”.

        ກໍ່ໃນວັນດຽວກັນ, ວັນຄະນະຊາວໜຸ່ມ ປີ 2019 ດ້ວຍຫົວຂໍ້ວ່າ “ວັນເຮັດວຽກດີ” ໄດ້ຈັດຂຶ້ນຢູ່ສະຖານທີ່ຕ່າງໆໃນບໍລິເວນນະຄອນດ້ວຍບັນດາກິດຈະກຳອັນແທດຈິງຄື: ການໂຄສະນາປົກປັກຮັກສາສິ່ງແວດລ້ອມ, ການພົບປະແລກປ່ຽນກັບຕົວພະຍານປະຫວັດສາດ, ບັນດາການເຄື່ອນໄຫວເພື່ອຕອບສະໜອງການສະເຫຼີມສະຫຼອງ 50 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈິມິນ.

ແລະກໍ່ໃນວັນ 24 ມີນາ ຢູ່ນະຄອນ ດ່າລາດ, ຫວຽດຈີ່, ອຽນບ໊າຍ ກໍ່ໄດ້ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈິມິນ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top