ໃນສານຕ້ອນຮັບປີໃໝ່ 2026, ບັນດາການນຳໂລກໄດ້ສົ່ງຈິດໃຈຄວາມປະເອີບໃຈ ພ້ອມກັບຄຳຮຽກຮ້ອງຄວາມມານະພະຍາຍາມທົ່ວໂລກ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍລວມ, ໃນນັ້ນ, ສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກສືບຕໍ່ແມ່ນຄວາມວິຕົກກັງວົນ ແລະ ບຸລິມະສິດແຖວໜ້າກັບຫຼາຍປະເທດ. ທ່ານ Antonio Guterres, ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ເນັ້ນໜັກເຖິງການສ້າງຕັ້ງສັນຕິພາບ ແລະ ຄວາມຍຸຕິທຳ.
“ໃນປີ 2026, ຂ້າພະເຈົ້າຮຽກຮ້ອງໃຫ້ການນຳຢູ່ທົ່ວທຸກແຫ່ງ: ຈົ່ງມີການກະທຳຢ່າງເຂັ້ມງວດ. ຈົ່ງຄັດເລືອກມະນຸດ ແລະ ໜ່ວຍພິພົບແທນທີ່ຄວາມເຈັບປວດ. ແລະ ຂ້າພະເຈົ້າຮຽກຮ້ອງໃຫ້ຜູ້ທີ່ຮັບຟັງສານນີ້: ຈົ່ງປະກອບສ່ວນໃນສ່ວນຂອງຕົນ. ໃນປີໃໝ່ນີ້, ຈົ່ງພ້ອມກັນບືນຕົວຂຶ້ນ: ເພື່ອຄວາມຍຸຕິທຳ, ເພື່ອມະນຸດ, ເພື່ອສັນຕິພາບ”.
ຢູ່ ຈີນ, ໃນບົດກ່າວປາໄສຕ້ອນຮັບປີໃໝ່ 2026, ທ່ານ ສີຈິ້ງຜິງ, ປະທານປະເທດ ຈີນ ໃຫ້ຮູ້ວ່າ ຈີນ ຈະຜັນຂະຫຍາຍຫຼາຍນະໂຍບາຍຢ່າງເປັນເຈົ້າການກວ່າໃນປີ 2026, ພ້ອມກັນນັ້ນ ກໍ່ເນັ້ນໜັກເຖິງຄຳໝັ້ນສັນຍາກ່ຽວກັບບັນດາມາດຕະການກະຕຸ້ນເສດຖະກິດຢ່າງແຮງກວ່າ ແນໃສ່ຊຸກຍູ້ການເຕີບໂຕ.
ຢູ່ ລັດເຊຍ, ໃນບົດກ່າວປາໄສຕ້ອນຮັບປີໃໝ່, ທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ ໄດ້ຢືນຢັນວ່າ ປະເທດນີ້ຈະຕັ້ງຄວາມໄວ້ເນື້ອເຊື່ອໃຈເຂົ້າໃນກຳລັງແຮງພາຍໃນ ເພື່ອກ້າວເດີນໄປທາງໜ້າ.







