• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາກະຊວງ, ຂະແຫນງການສົມທົບກັນຢ່າງແຫນ້ນແຟ້ນໃນວຽກງານກະກຽມຈັດຕັ້ງສັບປະດາຂັ້ນສູງ APEC 2017

      ວັນທີ 14 ກັນຍາ, ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ໄດ້ເຮັດວຽກກັບການນຳຄະນະກຳມະການແຫ່ງຊາດ APEC 2017, ຫ້ອງວ່າການປະທານປະເທດ, ກະຊວງການຕ່າງປະເທດ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ບັນດາອົງການກ່ຽວຂ້ອງ ກ່ຽວກັບວຽກງານກະກຽມສັບປະດາຂັ້ນສູງ APEC 2017. 

ທ່ານປະທານປະເທດເຈີນດ້າຍກວາງເຮັດວຽກກັບບັນດາກະຊວງ,ຂະແຫນງການ 
      ທ່ານປະທານປະເທດ ເຈີນດ້າຍກວາງ ຢືນຢັນ: ເລື່ອງຈັດຕັ້ງປີ APEC 2017 ແມ່ນວຽກງານຈຸດສຸມຂອງການພົວພັນຕ່າງປະເທດຮອດປີ 2020 ແລະ ແມ່ນບຸລິມະສິດຍຸດທະສາດຂອງຫວຽດນາມ ໃນການຜັນຂະຫຍາຍການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກກວ້າງ, ຮອບດ້ານ ແລະ ຍົກສູງປະສິດທິຜົນການພົວພັນຕ່າງປະເທດຫລາຍຝ່າຍ. ທ່ານປະທານປະເທດສະຫນີ ກະຊວງການຕ່າງປະເທດ ຕ້ອງກະກຽມໂຄງການດຳເນີນງານ, ບັນດາການເຄື່ອນໄຫວຂອງການນຳຂອງບັນດາພື້ນຖານເສດຖະກິດ APEC ແລະ ເຫດການຕ່າງໆໃນສັບປະດາຂັ້ນສູງ APEC ຢ່າງລອບຄອບຖິ່ຖ້ວນ, ລະອຽດ. ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສົມທົບກັບບັນດາກະຊວງກ່ຽວຂ້ອງ ກະກຽມເນື້ອໃນການຮ່ວມມືຢ່າງແທດຈິງ, ລະອຽດ ແລະ ດຶງດູດບັນດາກຸ່ມບໍລິສັດແຖວຫນ້າຂອງພາກພື້ນ ແລະ ພາຍໃນປະເທດເຂົ້າຮ່ວມກອງປະຊຸມສຸດຍອດວິສາຫະກິດ APEC ແລະ ສຸດຍອດດຳເນີນທຸລະກິດຫວຽດນາມ. ທ່ານປະທານປະເທດ ເນັ້ນຫນັກວ່າ: ປັດໄຈຕັດສິນຊີ້ຂາດຜົນສຳເລັດຂອງສັບປະດາຂັ້ນສູງ APEC 2017 ແມ່ນຕ້ອງຮັບປະກັນຄວາມສະຫງົບປອດໄພສຳລັບທຸກການເຄື່ອນໄຫວຂອງເຫດການນີ້. 
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top