ເຫດການໂດຍສະຖານທູດ ຫວຽດນາມ ປະຈຳ ສະໂລວາກີ, ສະມາຄົມແມ່ຍິງ ຫວຽດນາມ ຢູ່ສະໂລວາກີ ແລະ ສະໂມສອນຊຸດເສື້ອຍາວຫວຽດນາມ ໄດ້ສົມທົບກັນຈັດຂຶ້ນ, ເພື່ອແນໃສ່ຍ້ອງຍໍສັນສະເສີນຄວາມງາມທີ່ເປັນມູນເຊື້ອຂອງຊຸດເສື້ອຍາວ, ຢັ້ງຢືນຄວາມສາມັກຄີ ແລະ ຄວາມເອກອ້າງທະນົງໃຈຂອງປະຊາຄົມຊາວຫວຽດນາມ ຢູ່ໄກ. ທ່ານ ຟ້າມເຈື່ອງຢາງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະໂລວາກີ ເນັ້ນໜັ້ກວ່າ:
ເຫດການ “ນຸ່ງຊຸດເສື້ອຍາວເພື່ອຍ່າງ” ແມ່ນເພື່ອແນໃສ່ໂຄສະນາວັດທະນະທຳ ຫວຽດນາມ ອອກສູ່ໂລກ. ນີ້ບໍ່ພຽງແຕ່ແມ່ນໂອກາດແນະນຳຊຸດເສື້ອຍາວ, ການຟ້ອນສິງຫາ ຫຼືບັນດາຈຸດຄວາມງາມທີ່ເປັນມູນເຊື້ອເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອຜູກພັນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ແຜ່ກະຈາຍພາບພົດ ຫວຽດນາມທີ່ເປັນມິດ, ເຕັມໄປດ້ວຍສີສັນໄປຍັງເພື່ອນມິດສາກົນ, ແຂກທ່ອງທ່ຽວອີກດ້ວຍ.